ລາວແລະໄທຽປະຊຸມ ເຣື້ອງປັກປັນເຂຕແດນ

ສປປລາວ ແລະໄທຽ ເຣີ່ມປະຊຸມ ກັມມາທິກາຣ ເຂຕແດນ ຣະຫວ່າງສອງ ປະເທສ.
ຫວາດ ສີມູນ
2010.02.08

ທາງກາຣ ລາວແລະໄທຽ ມີກຳໜົດ ຮ່ວມປະຊຸມກັນ ເປັນຄັ້ງທີ່9 ໃນມື້ວັນທີ່7-9 ກຸມພານີ້ ຢູ່ທີ່ບາງກອກ ເພື່ອພິຈາຣະນາ ເຣື່ອງກາຣປັກປັນ ເຂຕແດນ ທາງນ້ຳ ແລະ ທາງບົກ ຣະຫວ່າງກັນ ໂດຽສະເພາະ ຈະມີກາຣ ປຶກສາຫາຣື ກາຣເຮັດແຜນທີ່ ເພື່ອກວດທາງນ້ຳ ແລະປັກເຂຕ ແດນກັນໃໝ່ ດັ່ງທ່ານພູເຂົາ ພົມວົງສາ ປະທານ ອະນຸກັມມະກາຣ ເທຄນິຄ ລາວ-ໄທຽ ຝ່າຍລາວວ່າ:

“ສ່ວນໄທຽຍັງສືບ ຕໍ່ກາຣສຳຣວຈ ປັກຫລັກໝາຍ ຮ່ວມກັນຢູ່ ບ່ອນໃດທີ່ ມັນມີກາຣປ່ຽນ ແປງຫລາຍ ຈາກຕາຝັ່ງ ຫລືຮ່ອງນ້ຳ ເລິກຫັ້ນນ໋າ ມັນກໍຕ້ອງ ມາສຶກສາ ເບິ່ງນຳກັນ ວ່າຕາມ ຫລັກຖານ ທາງປະວັຕສາຕ ມັນຈະຄວນ ມັນຈະຢູ່ ຣະຫວ່າງໃດ ທີ່ຈະຖືກ ຕ້ອງຫັ້ນນ໋າ”.

ກາຣປະຊຸມ ຄນະກັມມາທິກາຣ ເຂຕແດນ ລາວ-ໄທຽ ດັ່ງກ່າວ ຈະມີຣັຖມົນຕຣີ ກາຣຕ່າງປະເທສ ຂອງທັງສອງຝ່າຍ ພ້ອມກັບເຈົ້າໜ້າທີ່ ກ່ຽວຂ້ອງ ທຸກຣະດັບ ເຂົ້າຮ່ວມເພື່ອ ພິຈາຣະນາ ຫາຣື ແກ້ໄຂຮ່ວມກັນ ແລະໃຫ້ສາມາດ ຍຸຕິ ຂໍ້ພິພາທ ເຣື່ອງແນວປັກປັນ ເຂຕແດນທາງນ້ຳ ທີ່ທາງສອງຝ່າຍ ຍັງບໍ່ສາມາດ ຕົກລົງກັນໄດ້ ນັ້ນໃຫ້ສຳເຣັຈ.

ຢ່າງໃດກໍຕາມ ນັບແຕ່ວັນທີ່6 ພຶສພາ 1998 ມາຮອດ ປັຈຈຸບັນນີ້ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ທັງສອງປະເທສ ໄດ້ສຳຣວຈ ເຂຕແດນ ທາງບົກທັງໝົດ 190ຫລັກ ຮວມຣະຍະທາງ 676 ກິໂລແມ໊ຕ ຫລື96% ຂອງຄວາມຍາວ ຂອງຊາຍແດນ ທາງບົກ702 ກິໂລແມ໊ຕ. ສ່ວນກາຣປັກປັນ ເຂຕແດນ ທາງນ້ຳນັ້ນ ກໍໄດ້ຮ່ວມມືກັນ ເພື່ອສຳຣວຈ ຕາມຮ່ອງນ້ຳເລິກ ຄືນໃໝ່ ແຕ່ກໍຍັງບໍ່ທັນ ສຳເຣັຈເທື່ອ ຍ້ອນຍັງມີອຸປສັກ ຕ່າງໆໃນຫລາຍໆຈຸດ ເທົ່າປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.