ແຂວງບໍ່ແກ້ວ ພັທນາ ແຫລ່ງ ທ່ອງທ່ຽວ
ແຂວງບໍ່ແກ້ວໃຫ້ ສັມປະທານ ພື້ນທີ່ສຳຫລັບ ພັທນາຈັດສ້າງ ໃຫ້ເປັນແຫລ່ງທ່ອງທ່ຽວ ຢູ່ໃນເຂຕເມືອງ ຫ້ວຍຊາຍກວ່າ 100 ເຮກຕ໊າ
-
ຫວາດ ສີມູນ
2009-03-05 -
-
-
Your browser doesn’t support HTML5 audio
ໃນປັຈຈຸບັນນີ້ ທາງກາຣ ແຂວງບໍ່ແກ້ວ ໄດ້ໃຫ້ ສັມປະທານ ທີ່ດິນ ແກ່ບໍຣິສັທ ຂອງ ສປຈີນ ແລະເກົາຫລີໃຕ້ ທີ່ຈະຮ່ວມລົງທຶນ ກັບທາງ ຣັຖບາລລາວ ໃນໂຄງກາຣ ຈັດສ້າງແຫລ່ງ ທ່ອງທ່ຽວ ໃຫ້ໄດ້ ເປັນແບບມາຕຖານ ດັ່ງທີ່ເຈົ້າໜ້າ ທີ່ຈາກຫ້ອງກາຣ ດ້ານສີ່ງແວດລ້ອມ ໄດ້ກ່າວວ່າ:
ໃນດ້ານກາຣ ພັທນາ ກາຣກໍໍ່ສ້າງ ແຫລ່ງທ່ອງທ່ຽວ ຈະເຣີ່ມໂຄງກາຣ ປີນີ້ປະມານ 100 ເຮກຕ໊າ ເຮັດໄປ ມັນກໍຢູ່ໃນເມືອງ ຫ້ວຍຊາຍ ຢູ່ບ້ານດອນ ເຈົ້າໜ້າທີ່ລາວ ຜູ້ນີ້ ໄດ້ແຈ້ງເພີ່ມວ່າ ໃນປັຈຈຸບັນ ນີ້ມີກາຣ ບຸກເບີກເນື້ອທີ່ ແລະມີກາຣ ກໍ່ສ້າງ ພື້ນຖານຂອງ ໂຄງຮ່າງແລ້ວ ແຕ່ຕົ້ນເດືອນ ກຸມພາຜ່ານມາ ແລະຄາດວ່າຈະ ໃຫ້ສາມາດສ້າງ ແລ້ວເປັນທີ່ ຮຽບຮ້ອຍ ໃນຣະຫວ່າງ 4-5 ປີ ໂດຽທາງກາຣ ສປປລາວ ໄດ້ຕົກລົງໃຫ້ ມີກາຣ ສັມປະທານ ປະມານ 30-40 ປີແລະ ເປັນຮູບແບບ 2+3 ຊື່ງເປັນໂຄງ ກາຣ ໃນຣະຍະຍາວ ແລະວ່າໃນ ເຂຕບໍຣິເວນ ໃຫ້ສັມປະທານ ດັ່ງກ່າວ ເປັນພື້ນທີ່ໆວ່າງ ເປົ່າຊື່ງກໍແມ່ນ ທາງຣັຖບາລ ເປັນເຈົ້າຂອງ ແລະອີກສ່ວນໜື່ງ ເປັນພາຄສ່ວນ ຂອງປະຊາຊົນ ດັ່ງເຈົ້າໜ້າທີ່ ລາວໄດ້ໃຫ້ ກາຣອະທິບາຍ ເພີ່ມວ່າ:
ເຮົາໃຫ້ທົດແທນຄືນ ທົດແທນ ຄືນໃນເນື້ອທີ່ ປູກຝັງ ຂອງປະຊາຊົນ ປະຊາຊົນ ບາງບ່ອນ ກໍຫາທີໃໝ່ໃຫ້ ບາງບ່ອນກໍ ປະຊາຊົນ ຕ້ອງກາຣທຶນ ທີ່ວ່າໄປໃຊ້ ໃນວຽກ ງານອື່ນ ກໍເອົາທຶນໃຫ້.
ທາງເຈົ້າໜ້າທີ່ລາວ ໄດ້ກ່າວເນັ້ນວ່າ ກາຣໃຫ້ ສັມປະທານ ເພື່ອໂຄງກາຣ ພັທນາ ດັ່ງກ່າວຊື່ງ ນອກຈາກ ຈະເປັນກາຣສົ່ງເສີມ ດ້ານກາຣ ທ່ອງທ່ຽວແລ້ວນັ້ນ ຍັງຈະ ເປັນການສົ່ງເສີມ ໃຫ້ປະຊາຊົນ ທ້ອງຖີ່ນ ມີຣາຍໄດ້ ເພີ່ມຂື້ນ ຫລາຍກວ່າແຕ່ໃນ ເມື່ອກ່ອນນຳອີກ.