ຊາວຈີນ ຫລັ່ງໃຫລ ເຂົ້າພາກເໜືອ ຂອງລາວ ເພື່ອຫລິ້ນ ການພະນັນ

ຊາວຈີນກວ່າ 3,000ຄົນ ຫລັ່ງໃຫລ ເຂົ້າມາທາງພາກເໜືອ ຂອງລາວ ໃນແຕ່ລະມື້ ເພື່ອຫລິ້ນການພະນັນ ຫລື ເຮັດທຸຣະກິຈ.
ໂພໄຊສວັດ
2009.09.16
F-Chinese-Gambling ນັກການພະນັນແລະນັກການຄ້າຈີນພາກັນຫລັ່ງໃຫລເຂົ້າມາລາວ ໃນແຕ່ລະມື້ບໍ່ຕໍ່າກວ່າສາມພັນຄົນ.
Photo: RFA

ຕາມລາຍງານຂ່າວ ທ້ອງຖິ່ນເປີດເຜີຍວ່າ, ໃນແຕ່ລະມື້ ນັກທ່ອງທ່ຽວຈາກຈີນ ຈຳນວນບໍ່ຕໍ່າກວ່າ 3,000ຄົນ, ພາກັນຫລັ່ງໃຫລ ເຂົ້າແຂວງຫລວງນ້ຳທາ ແລະແຂວງ ບໍ່ແກ້ວ ພາກເໜືອຂອງລາວ, ເພື່ອຫລິ້ນການພະນັນ ໃນກາຊີໂນ ເມືອງບໍ່ເຕັນ ແລະ ກາຊີໂນ ເມືອງຕົ້ນເຜິ້ງ. ນອກຈາກນີ້ ກໍຍັງມີຊາວຈີນ ຈຳນວນນຶ່ງທີ່ ເຂົ້າມາ ເຮັດທຸຣະກິຈ, ເພື່ອອຳນວຍຄວາມ ສະດວກໃຫ້ຊາວຈີນ. ໃນຈຳນວນດັ່ງກ່າວ ເຫັນວ່າເປັນກຸ່ມ ຜູ້ມີອິດທິພົນ ຈາກຈີນ.

ແຫລ່ງຂ່າວທ້ອງຖິ່ນ ຍັງແຈ້ງອີກວ່າ ປັດຈຸບັນນີ້, ຊາວຈີນທີ່ເຂົ້າ ມາລາວສ່ວນຫລາຍ ແມ່ນຫລິ້ນການພະນັນ ບາງພວກກໍຈະເປີດ ຮ້ານຂາຍເຄື່ອງຍ່ອຍ ເປີດຮ້ານ  ອາຫານ ຫລືຮ້ານເສີມສວຍ, ເພື່ອໃຫ້ບໍຣິການ ແກ່ຊາວຈີນ ໂດຍສະເພາະ.

ຊາວຈີນ ທີ່ເຂົ້າມາລາວ ຕ້ອງການພຽງແຕ່ ໜັງສືຜ່ານແດນ border pass ເຂົ້າ-ອອກ ສ່ວນພວກທີ່ເຂົ້າ ມາເຮັດທຸຣະກິດ ຈະຕ້ອງມີວີຊາ ທຸຣະກິດ ທີ່ຢູ່ໃນລາວ ໄດ້ນຶ່ງປີ. ຕາມຄວາມຄິດເຫັນ ຂອງຄົນລາວໃນ ທ້ອງຖິ່ນ, ຄື:ນາງພອນ ຊຶ່ງເປັນແມ່ຄ້າ ໃນເມືອງຫລວງນ້ຳທາ ໄດ້ເວົ້າວ່າ:

“ຄົນລາວໃນພື້ນທີ່ ສ່ວນໃຫຍ່ ບໍ່ພໍໃຈກັບ ການເຂົ້າມາຂອງ ຄົນຈີນ, ໂດຍສະເພາະພວກ ທີ່ເຂົ້າມາເຮັດ ທຸຣະກິດ ເພາະເປັນກຸ່ມ ທີ່ມີອິດທິພົນ ບໍ່ເຄົາຣົບນັບຖື ກົດໝາຍລາວ ບາງຄົນກໍທຳ ຄວາມເສື່ອມເສັຍ ຕໍ່ຄະນົບ ທັມນຽມຂອງລາວ ໂດຍການລວນລວມ ແມ່ຍິງລາວ.”

ເຖິງຢ່າງໃດກໍຕາມ ຄົນລາວສ່ວນໃຫຍ່ ໃນແຂວງຫລວງນ້ຳທາ ພຍາຍາມຫລີກລ້ຽງ ບໍ່ຄົບຄ້າ ສະມາຄົມ ກັບຊາວຈີນ ເພາະເກງກົວຕໍ່ ກຸ່ມອິດທິພົນ ຈີນທີ່ມາຈາກ ເມືອງຈິງຫົງ ໃນແຂວງຍຸນນານ ຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.