ຫລວງພຣະບາງ ຕຣຽມສລອງ ປີໃໝ່ລາວ
2010.04.08
ແຂວງຫລວງພຣະບາງ ເລີ້ມຫ້າງຫາ ກະຕຣຽມກິຈກັມ ຕ່າງໆສໍາລັບ ເທສການ ປີໃໝ່ລາວ ຊຶ່ງກໍານົດມີຂຶ້ນ ຕັ້ງແຕ່ວັນທີ 11 ຫາ 19 ເມສາ ແລະກໍຄາດວ່າ ຈໍານວນ ນັກທ່ອງທ່ຽວ ທີ່ຈະເດີນທາງ ເຂົ້າມາທ່ຽວໃນຊ່ວງ ບຸນປີໃໝ່ລາວປີນີ້ ອາຈຈະຫລຸດລົງ. ຕາມຄໍາເວົ້າຂອງ ທ່ານ ຄໍາຕັນ ສົມພັນວິໄລ ຮອງຫົວໜ້າຫ້ອງການ ທ່ອງທ່ຽວ ແຂວງຫລວງພຣະບາງ:
"ຢູ່ໃນ ບຸນປີໃໝ່ລາວນີ້ ພວກເຮົາເລີ່ມຕັ້ງແຕ່ ວັນທີ 11 ເປັນຕົ້ນໄປ 11-19 ເມສາ ຢູ່ທີ່ ຫລວງພຣະບາງ ໝາຍຄວາມວ່າ ແຕ່ລະວັນ ມັນຈະມີກິຈກັມ ທີ່ແຕກຕ່າງກັນ ອອກໄປ ຈັດເໝືອນທຸກປີ ມີແຕ່ວ່າອັນພິເສດ ຢູ່ໃນຂະບວນ parade ນັ້ນພວກເຮົາ ຈະເອົາປ້າຍລາງວັນຄໍາ ທີ່ພວກເຮົາໄດ້ Gold Award ຈາກ Wanderlast Travel Magazine".
ກິຈກັມຫລັກໆ ກໍມີການ ປະກວດນາງສັງຂານ ຕລາດນັດ ວາງສະແດງສິນຄ້າ ປະເພນີການຕົບ ພະທາດຊາຍ ຢູ່ເມືອງຈອມເພັດ ການສະແດງ ຂະບວນແຫ່ ຈາກວັດທາດນ້ອຍ ເຖິງວັດຊຽງທອງ ເລາະຫົດສົງນໍ້າ ອັນເຊີນພຣະບາງ ໄປປະດິສຖານ ທີ່ວັດໃໝ່ ມີເວທີສະແດງ ສິລປະ ຮວມທັງກິຈກັມ ຟ້ອນໂຄມໄຟແຫ່ນາກ ຈາກພູສີ ເຖິງຫໍພິພິຕພັນ ແຫ່ງຊາດເປັນຕົ້ນ. ກ່ຽວກັບນັກທ່ອງທ່ຽວ ຕ່າງປະເທດນັ້ນ ທ່ານຄາດການວ່າ ຈະຫລຸດລົງເລັກນ້ອຍ ຈາກປີທີ່ຜ່ານມາ:
"ພວກເຮົາກໍໄດ້ ມີການຄາດຄະເນ ຕົວເລກກັນໄວ້ ຢູ່ແຕ່ວ່າຄາດວ່າ ຕົວເລກນີ້ ອາຈຫລຸດເປົ້າ ເພາະວ່າພວກເຮົາ ຕັ້ງເປົ້າໄວ້ວ່າ ຈະໄດ້ຢູ່ 13-14 ພັນຄົນນະ ຫລືວ່າ ປະມານ 15 ພັນຄົນ ແຕ່ວ່າປັຈຈຸບັນນີ້ ຕາມການໄປສໍາຣວດ ຕົວຈິງນັ້ນ ການຈັບຈອງຫ້ອງນັ້ນ ພຽງແຕ່ 75 ເປີເຊັນ.
ທ່ານ ກ່າວວ່າ ສາເຫດນຶ່ງ ອາຈມາຈາກ ການທີ່ແມ່ນໍ້າຂອງ ບົກແຫ້ງລົງຫລາຍ ໃນປີນີ້ ຊຶ່ງເຮືອຈັກທ່ອງທ່ຽວ ບໍ່ແກ້ວ-ຫລວງພຣະບາງ ຍັງບໍ່ສາມາດ ໃຫ້ບໍຣິການໄດ້ ແຕ່ກໍມີການ ເພີ່ມຖ້ຽວຣົດ ໂດຍສານຫລາຍຂຶ້ນ. ຂແນງການຕ່າງໆ ກໍໄດ້ຕຽມຄວາມພ້ອມ ເພື່ອຮອງຮັບ ນັກທ່ອງທ່ຽວ.









