ຫລວງພຣະບາງ ກຳລັງສູນເສັຽ ຮູປຊົງ ເກົ່າແກ່ ດັ້ງເດີມ
2009.10.05
ຊາວເມືອງຫລວງພຣະບາງທີ່ຖືຮີດຄອງປະເພນີອັນດີງາມ ມາຕລອດທັງມີວັດວາອາຣາມທີ່ງົດງາມແລະເກົ່າແກ່.
ນັກທ່ອງທ່ຽວ ຊາວຕ່າງຊາດ ທີ່ເດີນທາງໄປ ທ່ຽວຊົມ ຫລວງພຣະບາງ ເມືອງມໍຣະດົກໂລກ ຂອງລາວ ໃຫ້ຂໍ້ສັງເກດວ່າ ປັດຈຸບັນນີ້ ບ້ານເຮືອນແບບ ໂບຮານເກົ່າແກ່ ໃນຕົວເມືອງ ຈໍານວນຫລວງຫລາຍ ຖືກປ່ຽນເປັນ ເຮືອນພັກ ເພື່ອຮອງຮັບນັກ ທ່ອງທ່ຽວໄປແລ້ວ. ໂດຍສະເພາະ ບ້ານເຮືອນ ທີ່ສ້າງຂື້ນໃນສະໃໝ ອານານິຄົມ, ຊຶ່ງເປັນນຶ່ງ ໃນຈຸດສົນໃຈ ຂອງນັກທ່ອງທ່ຽວ ກໍຖືກດັດແປງ ໃຫ້ເປັນບ້ານພັກ ທີ່ສວຍງາມ ແລະທັນສະໃໝ.
ນັກທ່ອງທ່ຽວ ຕ່າງຊາຕໄດ້ ບັລຍາຍວ່າ ບ້ານເຮືອນຢູ່ ຕາມຊອຍຕາມຖນົນ ເຈົ້າຟ້າງຸ່ມ, ຖນົນສີສະວ່າງວົງ ກໍາລັງມີການ ກໍ່ສ້າງໃໝ່ເປັນ ອາຄານສອງຊັ້ນ ກໍ່ດ້ວຍດິນຈີ່ ແທນທີ່ຈະສ້າງ ດ້ວຍໄມ້ ດັ່ງທີ່ເຄີຽເປັນ ມາແຕ່ໃນອະດີດ.
ການອອກແບບ ລວດລາຍ ນັ້ນກໍມີລັກສນະ ອ່ຽງໄປທາງ ຕະເວັນຕົກ. ຢູ່ໃນໂຕເມືອງ ຍັງມີຮ້ານຄ້າຂາຍ ວັສດຸກໍ່ສ້າງ ອີກດ້ວຍ. ຕາມການສໍາຣວດ ຂອງອົງການ ຢູແນສໂກ ພົບວ່າ ຊາວຫລວງພຣະບາງ ຈໍານວນຫລວງຫລາຍ ໄດ້ຂາຍທີ່ດິນ ຂອງຕົນ ແລ້ວຍ້າຍອອກໄປ ຢູ່ນອກເມືອງ ເພື່ອໃຫ້ນັກລົງທຶນ ປ່ຽນເຮືອນເກົ່າແກ່ ຂອງຕົນໃຫ້ເປັນ ບ້ານພັກສໍາລັບ ນັກທ່ອງທ່ຽວ.
ຊາວຫລວງພຣະບາງ ຄົນນຶ່ງເລົ່າໃຫ້ ນັກທ່ອງທ່ຽວ ຕ່າງຊາດຟັງວ່າ ຖ້າເຮົາມີເງີນຫລາຍ ເຮົາກໍສາມາດ ຂໍອະນຸຍາດ ຈາກທາງການເພື່ອ ສ້ອມແປງ ບ້ານເຮືອນໄດ້.
ລາວເວົ້າວ່າ ນີ້ຄືສາເຫດ ທີ່ເຮັດໃຫ້ໂສມໜ້າ ຂອງເມືອງ ຫລວງພຣະບາງ ໄດ້ປ່ຽນແປງໄປ ເທື່ອລະນ້ອຍ. ລາວເວົ້າຕໍ່ອີກວ່າ ການສ້າງບ້ານເຮືອນ ແບບທັນສະໃໝ ຢູ່ເຂດນອກເມືອງນັ້ນ ຈະເປັນການດີກວ່າ ເພາະມັນບໍ່ໄດ້ ທໍາລາຍເອກລັກ ເມືອງມໍຣະດົກໂລກ ເຊັ່ນວ່າໂຄງການ ສ້າງສນາມກອຟ ຂອງນັກລົງທຶນ ເກົາຫລີໄຕ້ ໃນເນື້ອທີ 900ເຮັກຕາ ກໍເລີ້ມມີຮູບຮ່າງ ຂື້ນມາແລ້ວ, ໂຄງການສ້າງເມືອງໃໝ່ Diamond City ໃນເຂດ ບ້ານຈອມເພັດ ແລະ ການສ້າງໂຮງແຮມ ລະດັບ5ດາວ ຂອງນັກລົງທຶນ ຈາກປະເທດຈີນ ຢູ່ນອກເມືອງ ປະມານ5ກິໂລແມັດ.
ລາຍງານຂອງອົງການ ຢູແນສໂກ ທີ່ສໍາຣວດຜົນ ກະທົບຈາກການ ສ້າງອາຄານ ບ້ານເຮືອນ ທີ່ທັນສະໃໝ ຢູ່ໃນຕົວ ເມືອງມໍຣະດົກໂລກ ນັ້ນ ຈະເຮັດໃຫ້ ຫລວງພຣະບາງ ມີຄວາມສ່ຽງຕໍ່ ການສູນເສັຽຖານະ ການເປັນເມືອງ ມໍຣະດົກໂລກ ກໍເປັນໄດ້.









