ຜົນໄດ້ແລະຜົນເສັຽ ຂອງບ່ອນການພະນັນ
2010.04.27
ປະຊາຊົນຈາກ ແຂວງອຸດົມໄຊ ໄດ້ໃຫ້ຂໍ້ຄິດເຫັນ ທີ່ໜ້າສົນໃຈ ກ່ຽວກັບບ່ອນຫລິ້ນ ການພະນັນ ກາຊິໂນ ໃນຫລາຍໆແຂວງ ທົ່ວປະເທດລາວ ວ່າຕ້ອງເບິ່ງໄປ ໃນຫຼາຍແງ່ຫຼາຍມູມ ເພາະເຊື່ອວ່າ ໂຄງການກາຊິໂນ ມີທັງຜົນດີ ແລະຜົນເສັຍ ຕໍ່ສັງຄົມ ແລະລາຍຮັບແຫ່ງຊາດ. ທ້າວ ຄຳສວ່າງ ແສງວິຈິດ ປະຊາຊົນ ຈາກແຂວງ ອຸດົມໄຊ ອອກຄວາມເຫັນວ່າ:
"ຈັ່ງຊັ້ນ ຖ້າວ່າເປີດກາຊິໂນ ຫລາຍ ດ້ານດີກໍມີ ຂະເຈົ້າໃຫ້ ກະຕຸ້ນຊຸກຍູ້ ໃຫ້ເສຖກິດ ຂຍາຍໂຕ ດ້ານອ່ອນກໍເຮັດ ໃຫ້ຄົນລະດັບ ອ່ອນບໍ່ສາມາດ ໄປທັນທຸກ ສະພາບ ການ ກໍກາຍເປັນ ບັນຫາເສັຍປຽບ ອັນນີ້ກໍທັສນະ ສ່ວນຕົວ".
ຢູ່ສປປລາວ ມີໂຄງການ ກາຊິໂນ ເກີດຂຶ້ນແລະ ບໍຣິການແລ້ວ 4 ແຂວງ. ແຂວງວຽງຈັນ, ສວັນນະເຂດ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຢູ່ເມືອງບໍ່ເຕັນ ແຂວງ ຫລວງນ້ຳທາ. ກາຊິໂນໃນ 4 ແຂວງນີ້ຈະເນັ້ນ ໄປທາງດຶງດູດ ນັກທ່ອງທ່ຽວ ແລະ ນັກຫລິ້ນການພະນັນ ຊາວຕ່າງຊາດ ໂດຍສະເພາະ, ເຊັ່ນຈາກໄທ ແລະ ຈີນ. ແຕ່ບັນຫາທີ່ ສົ່ງຜົນສະທ້ອນ ໃຫ້ສັງຄົມກໍມີຢູ່ ຄືຂ່າວຊ່າລືທີ່ ນັກພະນັນຖືກ ສັງຫານ ເມື່ອຫລິ້ນເສັຍ ໝົດເນື້ອໝົດຕົວ ແລະ ບໍ່ມີເງິນຈ່າຍ.
ທາງການລາວ ຫ້າມໂດຍເດັດຂາດ ບໍ່ອະນຸຍາດ ໃຫ້ຄົນລາວ ເຂົ້າໄປຫລິ້ນ ການພະນັນໃນ ບ່ອນກາຊິໂນ ເຫລົ່ານັ້ນ ແຕ່ກໍຍັງມີ ກາຊິໂນບາງບ່ອນ ທີ່ປ່ອຍໃຫ້ຄົນລາວ ຫລິ້ນການພະນັນ ໄດ້ໃນແບບ ທີ່ບໍ່ເປີດເຜີຍ.
ສຳລັບຂໍ້ດີ ທີ່ທາງການລາວ ຈະໄດ້ຮັບຈາກ ກິຈການກາຊິໂນ ກໍຄືລາຍຮັບ ຈາກພາສີອາກອນ ຄ່າສຳປະທານ ຈາກການລົງທຶນ ແລະລາຍຮັບຈາກ ການເຂົ້າອອກເມືອງ ຂອງນັກທ່ອງທ່ຽວ ແລະ ນັກພະນັນ ຊາວຕ່າງຊາດ.









