ນັກທ່ອງທ່ຽວ ໄປລາວ ໜ້ອຍລົງ
2009.05.13
ພາກການທ່ອງທ່ຽວ ຂອງລາວ ເລີ້ມໄດ້ຮັບ ຜົນກະທົບ ຈາກວິກິດການ ທາງດ້ານເສຖກິດ ການເງິນໂລກ ຮວມໄປເຖິງ ເຊື້ອພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ສາຍພັນ 2009 ທີ່ກໍາລັງ ຄຸກຄາມ ຫລາຍປະເທດ ຢູ່ໃນເວລານີ້ ຕາມຄໍາເວົ້າ ຂອງ ຮອງປະທານ ອົງການທ່ອງທ່ຽວ ແຫ່ງຊາດລາວ ວັນທີ 13 ພຶສພາ ນີ້ …
ການທ່ອງທ່ຽວ ຂອງລາວ ກໍຖືກກະທົບ ຈາກວິກິດການ ການເງິນຂອງໂລກ ພໍສົມຄວນ ການທ່ອງທ່ຽວ ເມືອງລາວ ຕາມປົກກະຕິ ເພິ່ມຂຶ້ນ ແທນທີ່ຊິ 15 ຫາ 20 ສ່ວນຮ້ອຍ ດຽວນີ້ກໍເພິ່ມ ຂຶ້ນ 7-8 ສ່ວນຮ້ອຍ.
ມາຮອດປັດຈຸບັນ ນີ້ຈໍານວນ ນັກທ່ອງທ່ຽວ ເຂົ້າລາວ ເພິ່ມຂຶ້ນຢູ່ ແຕ່ຫາກໃນ ຈັງຫວະທີ່ ບໍ່ໄວ ເມື່ອປຽບທຽບໃສ່ ປີກາຍປີກ່ອນ ໄລຍະດຽວກັນນີ້ ຊຶ່ງກໍເປັນໜ້າ ກັງວົນນໍາ ຢູ່ບໍ່ໜ້ອຍ ໂດຍສະເພາະ ຖ້າຫາກວ່າ ສະພາບການ ເສຖກິດ ການເງິນໂລກ ຍັງຈະແກ່ຍາວ ຢູ່ຕໍ່ໄປນັ້ນ. ແຕ່ເຖິງແນວໃດ ທາງການທ່ອງທ່ຽວ ແຫ່ງຊາດ ຂອງລາວ ກໍມີມາຕການ ເພື່ອຊ່ວຍຫລຸດຜ່ອນ ຜົນກະທົບນັ້ນ ໂດຍສະເພາະແລ້ວ ກໍແມ່ນມາຕການ ໄລຍະສັ້ນ. ທ່ານ ສຸກກະເສີມ ໂພທິສານ ກ່າວກ່ຽວ ກັບເລື່ອງນີ້ ໂດຍມີໃຈຄວາມ ສໍາຄັນ ຕອນນຶ່ງວ່າ:
ພວກເຮົາ ກໍໄດ້ປຶກສາ ກັບສະມາຄົມ ທຸຣະກິດ ທ່ອງທ່ຽວ ໂຮງແຮມ ບ້ານພັກ ພາກສ່ວນ ກ່ຽວຂ້ອງຕ່າງໆ ເປັນຕົ້ນວ່າ ການບີນລາວ ການຂົນສົ່ງ ເພື່ອເຮັດແນວໃດ ຊິມີວິທີ ການແກ້ໃຂໃນ ສະເພາະໜ້າ ແລະຍາວນານ ຕລອດຮອດ ຄ່າທໍານຽມ ວີຊາ.
ມາຕການ ໄລຍະສັ້ນ ຫລືທີ່ເອີ້ນກັນ ວ່າແກ້ຮ້ອນນັ້ນ ຕາມຄໍາເວົ້າຂອງ ທ່ານ ສຸກກະເສີມ ໂພທິສານ ແລ້ວແມ່ນວ່າ ສ່ວນນຶ່ງມີການ ປະຕິບັດກັນ ແລ້ວໂດຍສະເພາະ ເລື້ອງການຫລຸດຄ່າ ໂຮງແຮມ ທີ່ພັກ ບ້ານພັກ ໃນເຂດແຂວງຕ່າງໆ ທົ່ວປະເທດລາວ ຊຶ່ງບາງແຫ່ງ ແມ່ນຫລຸດເຖິງ 40-50 ເປີເຊັນກໍມີ. ແຕ່ມາຕການ ແກ້ໃຂໄລ ຍະຍາວ ຊຶ່ງມີທັງຄ່າ ທໍານຽມ Visa ຮວມຢູ່ດ້ວຍນັ້ນ ທາງພາກສ່ວນ ກ່ຽວຂ້ອງ ກໍຍັງຢູ່ ຣະຫວ່າງການ ພິຈາຣະນາ ກັນ.
ແລະໃນຕອນທ້າຍ ທ່ານ ສຸກກະເສີມ ໂພທິສານ ກໍກ່າວສະຫລຸບ ໂດຍເຊີນຊວນໃຫ້ ນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ພ້ອມທັງໃຫ້ ຄໍາໝັ້ນໃຈວ່າ ການເຂົ້າມາທ່ຽວ ໃນລາວ ຈະມີຄວາມ ປອດໄພທຸກຢ່າງ ຮວມທັງ ເລື້ອງພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຫລືສາຍພັນ A H1N1 ເພາະທາງການ ທ່ອງທ່ຽວຂອງລາວ ກໍມີການ ຕິດຕາມ ສັງເກດການ ແລະ ກວດກາ ຢ່າງເຄັ່ງຄັດ.









