ໜ້າເຂື່ອນນໍ້າເທີນ 2 ຈະເປັນບ່ອນທ່ອງທ່ຽວ

ແຂວງຄໍາມ່ວນ ມີໂຄງກາຣ ພັທນາ ກາຣທ່ອງທ່ຽວ ທາງເຮືອຕາມເຂດ ອ່າງເກັບນໍ້າ ໜ້າເຂື່ອນ ນໍ້າເທີນ 2.
ຫວາດ ສີມູນ
2010.04.28

ຜແນກກາຣທ່ອງທ່ຽວ ແຂວງຄຳມ່ວນ ກຳລັງພິຈາຣະນາ ກາຣອະນຸຍາຕ ໃຫ້ບໍຣິສັທ ຂອງນັກລົງທຶນ ຊາວລາວ 2 ບໍຣິສັທ ທີ່ຍື່ນຂໍ້ສເນີ ໃນກາຣພັທນາ ກາຣທ່ອງທ່ຽວ ທາງເຮືອ ຕາມບໍຣິເວນ ອ່າງເກັບນ້ຳ ໃນໜ້າເຂື່ອນໄຟຟ້າ ນ້ຳເທີນ 2 ຊຶ່ງຄາດວ່າຈະ ມີກາຣຕົກລົງ ກັນໄດ້ໃນໄວໆນີ້ ເພື່ອທາງບໍຣິສັທ ຈະສາມາດເຣີ່ມ ລົງມືໄດ້ພາຍ ໃນທ້າຍປີ 2010 ນີ້ ດັ່ງທ່ານປັນຍາ ສີສົມບັຕ ຮອງຫົວໜ້າຫ້ອງກາຣ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ກ່າວວ່າ:

“ດຽວນີ້ກໍມີ ສອງບໍຣິສັທ ທີ່ເຂົາເຈົ້າສເນີ ເຂົ້າມາ ເຮົາກໍສົມທົບ ກັບບໍຣິສັທ ເພື່ອເກັບກຳຂໍ້ມູລ ແຕ່ວ່າເບິ່ງແລ້ວ ສິແມ່ນເອົາ ບໍຣິສັດໃດ ກໍຍັງບໍ່ໄດ້ ປຶກສາກັບ ແຂວງຕື່ມ ເປັນຕົ້ນວ່າກາຣ ສ້າງຣາຍກາຣນຳທ່ຽວ ບັນດາເກາະດອນ ຫລືວ່າແຫລ່ງນ້ຳ ຕ່າງໆຢູ່ໃນເຂຕ ອ່າງຫັ້ນ”.

ພ້ອມດຽວກັນນີ້ ທ່ານປັນຍາ ກໍວ່ານອກຈາກ ທີ່ກຳລັງມີກາຣ ພິຈາຣະນາ ຮ່ວມກັບ 2 ບໍຣິສັດດັ່ງກ່າວ ນີ້ແລ້ວນັ້ນ ຍັງມີກາຣເປີດ ຮັບນັກລົງທຶນ ອື່ນໆຕື່ມອີກ ທັ້ງພາຍ ໃນແລະຈາກຕ່າງ ປະເທສນຳດ້ວຍ ຊຶ່ງນອກຈາກກາຣ ທ່ອງທ່ຽວທາງເຮືອ ແລ້ວນັ້ນ ຍັງມີໂຄງກາຣ ທີ່ຈະໃຫ້ມີ ກາຣພັທນາທາງ ດ້ານໂຮງແຮມ ແລະເຮືອນພັກຕາມ ເກາະດອນຕ່າງໆ ຕາມບໍຣິເວນ ອ່າງນ້ຳ ໃນໜ້າເຂື່ອນນຳດ້ວຍ.

ທ່ານປັນຍາໄດ້ ກ່າວຢ້ຳອີກວ່າ ໃນເມື່ອມີກາຣ ຕົກລົງ ໃຫ້ບໍຣິສັທໃດ ບໍຣິສັທໜຶ່ງ ສັມປະ ທານ ໃນໂຄງກາຣພັທນາ ຕ່າງໆແລ້ວນັ້ນ ກໍຈະມີກາຣ ລົງສຳຣວຈເບິ່ງ ຄວາມ ເປັນຈິງຕາມເຂຕ ພື້ນທີ່ຕື່ມອີກ ເສັຽກ່ອນ ກ່ອນທີ່ຈະເຣີ່ມ ລົງມື ແລະ ທາງກາຣກ່ຽວຂ້ອງ ກໍຈະໄດ້ມີ ກາຣຮ່ວມມືກັບ ປະຊາຊົນຕາມ ໝູ່ບ້ານທີ່ອາສັຍ ຢູ່ໃນເຂຕນ້ຳເທີນ 2 ເພື່ອໃຫ້ເຂົາເຈົ້າ ມີສ່ວນຮ່ວມນຳ ໂຄງກາຣທ່ອງທ່ຽວ ຕ່າງໆເຊັ່ນ Homestay ແລະ ກາຣນຳທ່ຽວແບບ ໃຫ້ມີກາຣ ປົກປັກຮັກສາ ໃນເຂຕປ່າສງວນ ນາກາຍ ນຳດ້ວຍ ໃນຂັ້ນຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.