ສວັນນະເຂດ ເພີ້ມເຈົ້າໜ້າທີ່ ວັນປີໃໝ່

ທາງການ ປ້ອງກັນຄວາມ ສງົບແຂວງ ສວັນນະເຂດ ວາງມາຕການ ຮັກສາ ຄວາມປອດໄພ ໃນຊ່ວງບຸນ ປີໃໝ່ລາວ
ມະນີຈັນ
2009.04.08
F-Pimay ເຈົ້າໜ້າທີ່ໃຫ້ການຊ່ວຍເຫລືອ ປະຊາຊົນໃນວັນປີໃໝ່ທີ່ຜ່ານມາ
Photo: RFA

ບຸນປີໃໝ່ລາວ ທີ່ຈະມີຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 13 ຫາ 17 ເມສາ 2009 ນີ້ທົ່ວປະເທດ ລາວກໍຈະມີ ທັງຊາວລາວແລະ ຊາວຕ່າງປະເທດ ເຂົ້າມາທ່ອງທ່ຽວ ກັນຫລາຍເປັນ ປະຈໍາທຸກປີ ດັ່ງນັ້ນເລື່ອງການ ຮັກສາຄວາມປອດໄພ ທາງກະຊວງປ້ອງ ກັນຄວາມສງົບ ກໍໄດ້ມີຄໍາ ສັ່ງໃຫ້ຕໍາຣວດ ທົ່ວປະເທດ ກະຈາຍກໍາລັງ ກວດ ກາ ແລະອໍານວຍຄວາມ ສດວກແກ່ ປະຊາຊົນໃນ ຈຸດທີ່ສ່ຽງຕ່າງໆ ແລະການຮັກສາ ຄວາມປອດໄພໃນ ຊ້ວງບຸນປີໃໝ່ ໃນເຂດແຂວງ ສວັນນະເຂດ ນີ້ກໍມີການ ກະ ກຽມເປັນຢ່າງດີ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງ ການປ້ອງກັນ ຄວາມສງົບ ແຂວງສວັນນະເຂດ.

ຕໍາຣວດຫລືວ່າ ເຈົ້າໜ້າທີ່ຈະອອກ ປະຕິບັດງານ ຫລາຍກວ່າວັນ ປົກກະຕິ ເພາະວ່າໄດ້ມີ ການເຂັ້ມງວດໃນ ການກວດຂັນພວກ ຈາລາຈອນຈະ ຫຍາຍເປັນຈຸດໆ ຕາມຖນົນຫລັກ ຫລືວ່າການແລ່ນ ຣົດໄວກໍມີ ການປັບໃໝ ມີການຕັກເຕືອນ.

ແລະໂດຍສເພາະ ເສັ້ນທາງເຂດຕົວ ເມືອງໄກສອນ ພົມວິຫານ ເຂດຂົວມິຕພາບ ແຫ່ງ ທີສອງເສັ້ນທາງ ໃນເມືອງຕ່າງໆ ທີ່ມັກມີການ ຫລີ້ນນໍ້າຈະໄດ້ ຮັບການດູແລ ເປັນພິເສດ. ສ່ວນເສັ້ນທາງເລກ 13 ໄຕ້ຈາກນະຄອນ ຫລວງວຽງຈັນ ລົງໄປຫາ ຈໍາປາສັກ ສວັນນະເຂດ. ແລະເສັ້ນທາງ ເລກ 13 ເໜືອໄປຊຽງຂວາງ ຫລວງພຣະ ບາງຈະເປັນເສັ້ນ ທາງສາຍຫລັກທີ່ ປະຊາຊົນ ແລະຜູ້ຄົນໄຊ້ສັນ ຈອນໄປມາຫລາຍ ທີ່ສຸດນັ້ນຈະ ເປັນເສັ້ນທີ່ສ່ຽງ ຕໍ່ການເກີດ ອຸບັຕເຫດຫລາຍ ຊຶ່ງເຈົ້າໜ້າ ທີ່ຕໍາຣວດ ຈາຣາຈອນ ເຂດຕ່າງໆຕ້ອງວາງ ກໍາລັງເພື່ອດູແລ ຮັກສາຄວາມ ປອດໄພໃຫ້ແກ່ ປະຊາຊົນ ຈາກນະຄອນຫລວງ ວຽງຈັນອອກ ໄປສູ່ເມືອງຕ່າງໆ. ທ່ານກ່າວ ຕໍ່ໄປ ອີກວ່າ.

ກໍຖືວ່າທຸກໆ ບ່ອນເລີຍຈະມີ ເຈົ້າໜ້າທີ່ ຕໍາຣວດ ຮັກສາຄວາມປອດໄພ ສຖານທີ່ແລະ ແຫລ່ງທ່ອງທ່ຽວ ຫລືວ່າຕາມຖນົນ ສາລາ ການມີເຈົ້າໜ້າທີ່ ຕລອດເຂົາເຈົ້າ ກໍບໍ່ໄດ້ ພັກດອກ.

ເຈົ້າໜ້າທີ່ຕໍາຣວດ ຈາລາຈອນຈະເປັນ ກໍາລັງຫລັກໃນ ການດູແ ຮັກສາ ຄວາມປອດໄພບົນ ທ້ອງຖນົນແລະ ບ້ານເຮືອນຂອງ ປະຊາຊົນ. ສໍາລັບໃນຊ່ວງ ບຸນປີໃໝ່ລາວ ນີ້ຖືເປັນຊ່ວງ ທີ່ປະຊາຊົນ ລາວມັກຈະພາ ກັນຈັດງານລ້ຽງ ມີການກິນການດື່ມ ພົບປະສັງສັນ ກັບໝູ່ຄູ່ຍາດ ພີ່ນ້ອງຄອບຄົວ. ໃນນັ້ນມີບາງຄົນ ກໍກິນເຫລົ້າເມົາ ແລ້ວກໍໄປຂັບຂີ່ ຍວດຍານພາຫານະ ຊຶ່ງມັກເຮັດໃຫ້ ເກີດໄພອັນຕຣາຍ ໄດ້ດັ່ງນັ້ນ ປະຊາຊົນ ກໍຄວນມີສຕິ ແລະມີຄວາມ ຣະມັດຣະວັງດ້ວຍ ກໍຈະເປັນການດີ 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.