ງານມະຫາກໍາທີ່ ເມືອງວັງວຽງ ແຂວງວຽງຈັນ
2009.01.23
ງານມະຫາກໍາ ສົ່ງເສີມການ ທ່ອງທ່ຽວ ອານຸຣັກ ທໍາມະຊາດ ທີ່ເມືອງວັງວຽງ ແຂວງວຽງຈັນ ຄາດວ່າຈະ ມີລາຍຮັບ ຈາກນັກທ່ອງທ່ຽວ ທີ່ມາທ່ຽວໃນງານ ສະເລັ່ຽແລ້ວ ຄົນນື່ງ 35 ໂດລາ ສະຫະຣັຖ ຕໍ່ວັນ ຕາມທີ່ ທ່ານອຸທົງ ພັນທະວົງ ຫົວໜ້າຜແນກ ການທ່ອງທ່ຽວ ແຂວງວຽງຈັນ ໄດ້ເປີດເຜີຽວ່າ ງານມະຫາກໍານີ້ ຈະເລີ້ມຂື້ນ ຕັ້ງແຕ່ວັນທີ 26 ມົກະຣາ ໄປຫາວັນທີ 2 ກຸມພາເພື່ອ ສົ່ງເສີມການ ທ່ອງທ່ຽວອານຸຣັກ ທໍາມະຊາດ ໂດຍປະຊາຊົນ ມີສ່ວນຮ່ວມນໍາ ງານນີ້ພວກ ເຮົາຄິດໄລ່ 35 ຫລຽນຕໍ່ຫົວຄົນ ໃນວັນນື່ງ ຄາດວ່າຕໍ່າ ສຸດກໍປະມານ 10ພັນຄົນ ຮວມທັງໝົດ ທັງຢູໂຣບ ທັງເອເຊັຽ.
ໃນງານນີ້ ຈະມີນ່ວຍ ງານການທ່ອງທ່ຽວ ຈາກ5ແຂວງ ພາກກາງມາຮ່ວມ ຄື ນະຄອນຫລວງ ແລະ ແຂວງວຽງຈັນ ບໍຣິຄໍາໃຊ ຄໍາມວ່ນ ແລະ ແຂວງສວັນະເຂດ ເພາະວ່າເປັນ ນ່ວຍງານຮັບ ຜິດຊອບໂດຍກົງ ຂອງານມະຫາກໍາ ຄັ້ງນີ້ ຈຸດປະສົງ ຂອງງານນີ້ ບໍ່ພຽງແຕ່ ເປັນການສົ່ງເສີມ ການທ່ອງທ່ຽວ ອານຸຣັກທໍາມະຊາດ ເທົ່ານັ້ນ ແຕ່ຍັງເປັນການ ໂຄສະນາ ຜລິຕະພັນການ ທ່ອງທ່ຽວໃນລາວ ອີກດ້ວຍ ຈຸດເດັ່ນຂອງງານ ນີ້ຈະເປັນການ ໂຄສະນາ ນະໂຍບາຍການ ທ່ອງທ່ຽວຂອງພາກ
ຮັຖະບານ ແລະກໍເປັນການ ສົ່ງເສີມການ ທ່ອງທ່ຽວທີ່ ມີສ່ວນຮ່ວມ ຂອງປະຊາຊົນ ໃຫ້ທົ່ງໂລກ ໄດ້ຮັບຊາບ ກ່ຽວກັບການ ທ່ອງທ່ຽວ ເຊີງອານຸຣັກ ຕຣອດງານ ມະຫາກໍາ ຈະມີການ ສະແດງສິນຄ້າ ຫັຖະກໍາ ພື້ນເມືອງຈາກ ທ້ອງຖິ່ນແລະ ຈາກແຂວງຕ່າງໆ ມີການສະແດງ ສິນລະປະ ວັນະຄະດີ ຂອງພື້ນບ້ານ ແລະມີການແຂ່ງ ຂັນກິລາບ້າງ ເລັກນ້ອຍເພື່ອສ້າງ ບັນຍາກາດ ໃຫ້ງານມີ ຄວາມລື້ນເລິງ.









