ເທສກາຣປີໃໝ່ລາວ ນະຄອນຫລວງວຽງຈັນ
2010.04.09
ທ່ານສົມວັນດີ ນາທະວົງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ປະທານ ຄະນະກັມກາຣ ຈັດງານ ບຸນປີໃໝ່ລາວ ໄດ້ອອກແຖລງ ຂ່າວກ່ຽວກັບກາຣ ເສລີມສລອງ ບຸນປີໃໝ່ລາ 2010 ຫລື ພ.ສ. 2553 ນີ້ວ່າ ຈະຕ້ອງຫລິ້ນມ່ວນຊື່ນ ກັນແບບບໍ່ໂລດໂຜນ ໂດຽມີກາຣຫ້າມ ບໍ່ໃຫ້ຝ່າຝືນ ວັທນາທັມ ຮີດຄອງປະເພນີ ລາວແຕ່ຢ່າງໃດ ແລະຖ້າຫາກມີ ຮ້ານອາຫາຣ ຫລືບ້ານເຮືອນໃດ ທີ່ຈະຈັດໃຫ້ມີ ກາຣມ່ວນຊື່ນ ກໍໃຫ້ຣາຍງານ ລ່ວງໜ້າ ແລະໄດ້ຮັບ ອະນຸຍາຕ ເສັຽກ່ອນ ດັ່ງທີ່ທ່ານ ໄດ້ກ່າວວ່າ:
“ກາຣຄົບງັນໃຫຍ່ ຢູ່ຂັ້ນໃດກໍຕາມ ແຂນງໃດກໍໄດ້ ຕ້ອງໄດ້ຮັບກາຣ ເສນີຂໍອະນຸຍາຕ ນຳເຈົ້າຄອງ ນະຄອນຫລວງ ວຽງຈັນ ພຽງບ່ອນດຽວ ຊຶ່ງວ່າກາຣ ມານີ້ ຂັ້ນໃດ ກໍເຮັດຕາມ ໃຈຕົວບໍ່ໄດ້".
ທ່ານຮອງເຈົ້າຄອງ ນະຄອນຫລວງ ວຽງຈັນ ໄດ້ກ່າວເພີ່ມວ່າ ນອກຈາກກາຣ ຫ້າມບໍ່ໃຫ້ຝືນ ຕໍ່ວັທນາທັມ ແລ້ວນັ້ນ ຍັງມີກາຣຫ້າມ ບໍ່ໃຫ້ຫລິ້ນ ນ້ຳກ້ອນນ້ຳສີ ແລະນ້ຳທີ່ ເປິເປື້ອນ ຫົດໃສ່ກັນ ແລະຫ້າມ ຂັບຂີ່ຣົຖຈັກ ຣົຖກະບະ ຫລືຍານພາຫະນະຕ່າງໆ ແລ້ວແລ່ນໄລ່ຫົດ ໃສ່ກັນ ຕາມທ້ອງຖນົນ ໂດຽເດັດຂາດ.
ສຳຫລັບກາຣ ຈັດງານກິນດື່ມ ງານຣາຕຣີ ຢູ່ຕາມຫ້າງຮ້ານ ຫລືຕາມບ້ານເຮືອນ ແມ້ກະທັ້ງ ຢູ່ຕາມວັດວາ ອາຮາມຕ່າງໆ ກໍຕ້ອງໃຫ້ໄປ ຂໍອະນຸຍາຕ ຈາກຫ້ອງກາຣ ເຈົ້າຄອງກຳແພງ ຢ່າງເປັນທາງກາຣ ເສັຽກ່ອນ ເພື່ອທາງເຈົ້າໜ້າທີ່ ຈະສາມາດຄວບຄຸມ ສະຖານະກາຣ ໃຫ້ຢູ່ໃນຄວາມສງົບ ແລະ ຄວາມເປັນ ຣະບຽບຮຽບຮ້ອຍ, ພ້ອມກັນນັ້ນ ງານຣື່ນເຣີງ ທີ່ຈັດຂຶ້ນຕາມ ຫ້າງຮ້ານຕ່າງໆ ກໍຕ້ອງໃຫ້ປິດ ກ່ອນທ່ຽງຄືນ.









