ລາວ-ໄທ ເພີ້ມກໍາລັງ ຈຸດກວດກາຕາມຊາຍແດນ
2009.11.02
ເຈົ້າໜ້າທີ່ທະຫານໄທ ແຂວງຊຽງຮາຍ ເປີດເຜີຍວ່າຫລັງຈາກທີ່ ກາຊີໂນ ຂອງກຸ່ມບໍຣິສັດ ດອກງິ້ວຄຳ ຂອງຈີນ ເປີດບໍລິການ ເປັນທາງການ ໃນແຂວງບໍ່ແກ້ວ ເຮັດໃຫ້ມີທ່າທີວ່າ ພຶດຕິກັມທີ່ຜິດກົດໝາຍ ຈະຂຍາຍເພີ້ມຂື້ນຫລາຍ ໃນລາວ ໂດຍສະເພາະ ຕາມລຳແມ່ນ້ຳຂອງ ຈົນເຮັດໃຫ້ເຈົ້າໜ້າທີ່ ຈາກສອງປະເທດ ເພີ້ມກຳລັງຮັກສາ ຄວາມປອດພັຍ ແລະ ແລກປ່ຽນຂ່າວສານ ຂໍ້ມູນກັນຫລາຍຂື້ນ. ດັ່ງເຈົ້າໜ້າທີ່ ທະຫານໄທຜູ້ບໍ່ ປະສົງອອກຊື່ເວົ້າວ່າ:
"ຈຸດກວດກາ ແລ້ວລາດຕະເວນ ທາງນ້ຳຕລອດ ຮິມແມ່ນ້ຳຂອງທາງ ນຣຂ ຫລືໜ່ວຍງານຮັກສາ ຄວາມປອດພັຍ ຕາມລຳແມ່ນ້ຳຂອງ ກໍລາຕເວນຮ່ວມກັນ ຕັ້ງແຕ່3ຫລ່ຽມຄຳ ຈົນເຖິງ3ເມືອງ ຊຽງແສນ, ຊຽງຂອງ, ວຽງແກ່ນ ຈົນເຖິງແກ່ງຜາແດງ, ຈົນສຸດແມ່ນ້ຳຂອງ ຈະໄຫລເຂົ້າລາວ."
ທ່ານເວົ້າວ່າ ປັດຈຸບັນນີ້ ເຈົ້າໜ້າທີ່ຈາກ ສອງປະເທດ ກວດກາປາບປາມ ກຸ່ມອາສຍາກັມ ຢາເສບຕິດ ກຸ່ມຄົນເຂົ້າເມືອງ ຜິດກົດໝາຍ ລະຫວ່າງແຂວງບໍ່ແກ້ວ ແລະແຂວງຊຽງຮາຍ. ທາງການພົບວ່າ ນັບແຕ່ການເປີດ ກາຊີໂນ ມີການລະບາດ ຂອງຢາເສບຕິດ ເພີ້ມຕື່ມຂື້ນທັນທີ ນອກຈາກນີ້ກໍຍັງ ມີການຂັດແຍ່ງ ລະຫວ່າງກຸ່ມຜູ້ ມີອິດທິພົນ ໃນເຂດ3ຫລ່ຽມຄຳ ອີກດ້ວຍ. ດັ່ງເຈົ້າໜ້າທີ່ ຜູ້ເກົ່າເວົ້າອີກວ່າ:
"ບ່ອນທີ່ເປີດນີ້ ຫລືກາຊີໂນນີ້ ເປັນຂອງຈີນ ທີ່ໄດ້ຮັບ ສັມປະທານມາ ຄືໃນແຫລ່ງອະບາຍມຸກ ພວກນີ້ ຈະມີຄົບວົງຈອນໝົດ ແລ້ວລັກສນະຂອງ ຢາເສບຕິດ ກໍມີຄວາມເປັນໄປ ໄດ້ສູງທີ່ຈະເຂົ້າມາ ໃນສຖານທີ່ບັນເທີງ ມີແນວໂນ້ມບັນຫາສູງ ທີ່ສິ່ງຜິດກົດໝາຍ ຈະເກີດຂື້ນ."
ທາງການຄາດວ່າ ໃນປີ2010 ຊາຍແດນບໍລິເວນ 3ປະເທດ ລາວ ໄທ ພະມ່າ ສະພາບການຄ້າ ຢາເສບຕິດ ຈະຮຸນແຮງຂື້ນ ຈຶ່ງຕ້ອງເພີ້ມກຳລັງ ກວດກາປາບປາມ ໃຫ້ເຂັ້ມງວດກວ່າເກົ່າ.









