ນັກທຸຣະກິດ ສົນໃຈໃນເຂດໃກ້ຄຽງ ກາຊີໂນ ແຂວງບໍ່ແກ້ວ

ນັກທຸຣະກິດ ທ້ອງຖີ່ນ ລາວໄທ ເລັ່ງຈັບຈອງບ່ອນ ເຮັດທຸຣະກິດ ໃນເຂດພື້ນທີ່ໃກ້ຄຽງ ກາຊີໂນ ໃນແຂວງບໍ່ແກ້ວ.
ສິດນີ
2009.09.21

ນັກທຸຣະກິດທ້ອງຖີ່ນ ລາວ-ໄທ ກຳລັງຂຸ້ນຂ້ຽວ ຕິດຕໍ່ເຊົ່າສຖານທີ່, ເພື່ອເປີດຮ້ານຄ້າ ຈາກເຈົ້າຂອງໂຄງການ ເຂດເສຖກິດພິເສດ ແຂວງບໍ່ແກ້ວ, ເພາະເຫັນວ່າ ສັກກະພາບ ທາງດ້ານທຸຣະກິດ ໃນເຂດດັ່ງກ່າວ, ຈະມີການເຕີບໂຕ ແຕ່ໃນຂນະດຽວກັນ ກໍ່ຍັງມີຄວາມ ວິຕົກວ່າຈະຖືກ ເຈົ້າຂອງໂຄງການ ກີດກັ້ນ, ເນື່ອງຈາກວ່າ ເຈົ້າຂອງໂຄງການ, ມີຈຸດປະສົງ ຊັກຊວນເອົາຄົນຈີນ ມາເປີດທຸຣະກິດ ໃນເຂດດັ່ງກ່າວ ຫລາຍກວ່າ.

ນາງ ເດືອນເພັນ ເທບສຖິດ ນັກທຸຣະກິດໄທ ຈາກ ແຂວງຊຽງຮາຍ ເປີດເຜີຍວ່າ,  ຕິດຕໍ່ຂໍເຊົ່າ ພື້ນທີ່ເພື່ອເປີດ ຮ້ານຂາຍຂອງ ເພາະເຫັນວ່າມີ ກຳລັງຊື້ ຂາຍສຸງ   ໃນທີ່ນັ້ນ. ທຸຣະກີດ ທີ່ຫນ້າລົງທືນ ກໍ່ແມ່ນຮ້ານແລກ ປ່ຽນເງີນຕຣາຕ່າງ ປະເທດ ຮ້ານຂາຍເສື້ອຜ້າ, ຮ້ານເສີມສວຍ ແລະສປາ ເພາະຄ່າເຊົ່າກໍ່ ພຽງແຕ່ເດືອນລະ   6ພັນບາດເທົ່ານັ້ນ.

ນອກຈາກນັ້ນກໍ່ຍັງ ມີນັກທຸຣະກິດ ລາວແລະໄທ ໃນເຂດທ້ອງຖີ່ນ ອີກຈຳນວນນື່ງ ທີ່ພຍາຍາມ ສັມປະທານ ພື້ນທີ່ດັ່ງກ່າວ ແຕ່ເທົ່າ ເຖີງປັດຈຸບັນ ຍັງບໍ່ມີຄວາມ     ຊັດເຈນເທື່ອວ່າ ຈະໄດ້ເຊົ່າຫລືບໍ່, ເພາະເຈົ້າຂອງໂຄງການ ຕ້ອງການຄົນຈີນ ມາລົງທືນທີ່ນັ້ນ. ໂຄງການລົງທືນ ໃນພື້ນທີ່ທັງຫມົດ ປະມານ65ພັນໄຮ່ ທີ່ປະກອບ ດ້ວຍໂຮງແຮມຂນາດ 600ຫ້ອງຈຳນວນ 5-6ແຫ່ງ, ສນາມກ໊ອຟ 18ຫລຸມສອງແຫ່ງ ບ່ອນຫລີ້ນ ກາຊີໂນ ແລະ ມີLotສຳລັບ ເຊົ່າຂາຍສີນຄ້າ ຫລາຍແຫ່ງຊື່ງ ນັກລົງທືນຈີນ ໄດ້ສັມປະທານ ຈາກຣັຖບານລາວ ເປັນເວລາ75ປີ ແລະຕໍ່ສັນຍາ ໄດ້ອີກ14ປີ ຮ່ວມເປັນ99ປີ. ສິດທິຕ່າງໆ ໃນການດຳເນີນ ທຸຣະກິດ ເປັນກັມມະສິດ ຂອງຈີນທັງຫມົດ ຣັຖບານລາວ ບໍ່ມີສ່ວນກ່ຽວຂ້ອງ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.