ຊາວບ້ານສວັນເຊໂນ ລໍຖ້າຄ່າທີ່ດິນ

ປະຊາຊົນ ໃນເຂດ ສັມປະທານ ເຂດເສຖກິດ ພິເສດ ສວັນ-ເຊໂນ ກໍາລັງຄອງ ຖ້າຄໍາຕອບ ເລື້ອງຄ່າຊົດເຊີຍ ທີ່ດິນ.
ມະນີຈັນ
2010.06.17

ປະຊາຊົນ ທີ່ອາສັຍຢູ່ ໃນເຂດ ສັມປະທານ ເສຖກິດພິເສດ ສວັນ-ເຊໂນ ທວງຖາມໄປຍັງ ພາກສ່ວນກ່ຽວຂ້ອງ ວ່ານັກລົງທຶນ ຍັງຈະເຂົ້າມາ ຊື້ທີ່ດິນເພື່ອ ໄປຈັດສັນ ໂຄງການເຂດເສຖກິດ ພິເສດ ຫລືບໍ່ ເພາະວ່າເຂົາເຈົ້າ ກໍາລັງຕຽມ ໂຍກຍ້າຍອອກ ແລະກໍຢາກໄດ້ ຄ່າຊົດເຊີຍ  ຊຶ່ງພາກສ່ວນກ່ຽວຂ້ອງ ກໍາລັງຫາທາງ ແກ້ໄຂເລື່ອງ ການປ່ຽນມື ຜູ້ລົງທຶນ ໃນເຂດ ກ ຢູ່. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຫ້ອງການເຂດ ເສຖກິດພິເສດ ສວັນ-ເຊໂນ:

"ສ່ວນເຂົາ ກໍພ້ອມສເມີ ຖ້າມີເງິນມາ ໃຫ້ເຂົາ ເລື່ອງທີ່ດິນ ເຂົາກໍບໍ່ໄດ້ ປຸກສ້າງ ຫຍັງຢູ່ໃນພື້ນທີ່ ຂອງໂຄງການ ແຕ່ວ່າເຂົາມີ ແຕ່ຢາກໄດ້ເງິນ ມາຊົດເຊີຍເວນຄືນ ຕາມທີ່ພວກເຮົາ ໄດ້ຕັ້ງ ມູນຄ່າໄວ້ໃຫ້ ເຂົາແລ້ວ ເຂົາກໍຍອມຮັບໄດ້ ເຂົາພ້ອມສະເມີ".

ທ່ານກ່າວຕື່ມວ່າ ແຜນການທີ່ ບໍຣິສັດ TAGs ຂອງໄທ ຜູ້ໄດ້ສັມປະທານ ຈາກ ຣັຖບານລາວ 30 ປີ ໃຫ້ເຂົ້າພັທນາ ບໍຣິຫານສະເພາະ ໃນເຂດ ກ ນັ້ນ ຖືວ່າບໍ່ສໍາເຣັດ ເພາະໄດ້ສັມປະທານ ແຕ່ປີ 2007 ດຽວນີ້ປີ 2010 ແລ້ວຍັງບໍ່ມີ ໂຄງການໃດໆ ສໍາເຣັດຕາມແຜນ ທີ່ວາງອອກນັ້ນເທື່ອ.

ທໍາອິດ ປະຊາຊົນ ກໍໄດ້ຮັບໜັງສື ຂໍຊື້ທີ່ດິນ ຈາກບໍຣິສັດ TAGs ເພື່ອຈະພັທນາ ສະຖານທີ່ຕ່າງໆ ໃນເຂດ ກ ແຕ່ແລ້ວ ກໍບໍ່ມີຜູ້ໃດ ເຂົ້າມາຈ່າຍເງິນ ຄ່າຊົດເຊີຍ ແລະ ດຽວນີ້ປະຊາຊົນ ກໍຢາກໄດ້ຄໍາຕອບ ຢ່າງຈະແຈ້ງ ເພາະຢາກໄດ້ເງິນ ຄ່າຊົດເຊີຍ.

ປັຈຈຸບັນ ໂຄງການເຂດ ເສຖກິດພິເສດ ສວັນ-ເຊໂນ ສະເພາະໂຊນເອ ກໍາລັງມີການ ປ່ຽນແປງ ຜູ້ລົງທຶນ ຈາກບໍຣິສັດ TAGs ຂອງໄທມາເປັນ ເຈົ້າຂອງກາຊີໂນ ສວັນ-ເວກັສ ແລະ ເລື່ອງທີ່ກ່ຽວຂ້ອງ ກັບທີ່ດິນຂອງ ປະຊາຊົນນັ້ນ ຄົງຕ້ອງໃຫ້ ບໍຣິສັດ ຜູ້ລົງທຶນຣາຍໃໝ່ ເຂົ້າມາວາງແຜນໃໝ່ ໃຫ້ສໍາເຣັດກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.