ຄົນງານຈີນ ທີ່ເຮັດວຽກ ໃນບ່ອນການພະນັນ ແຂວງ ບໍ່ແກ້ວ
2009.09.10
ນັກທ່ອງທ່ຽວທີ່ ໄດ້ໄປສັງເກດການ ພິທີເປີດໂຮງແຮມ ຣະດັບ5ດາວ, ທີ່ມີບ່ອນຫລີ້ນ ການພະນັນ ຂອງບໍຣິສັດ ດອກງີ້ວຄໍາ ຊື່ງຊາວຈີນ ເປັນເຈົ້າຂອງ, ໃນແຂວງ ບໍ່ແກ້ວ ເມື່ອວັນພຸດ ວັນທີ9 ກັນຍາ ຜ່ານມານີ້ເວົ້າວ່າ, ຄົນງານທີ່ເຮັດ ວຽກປະເພດຕ່າງໆ ຢູ່ໃນເຂດ ເສຖກິດພິເສດ ແຂວງບໍ່ແກ້ວ ຫລາຍກ່ວາ 95% ເປັນຄົນຈີນ.
ຄົນງານກໍ່ສ້າງ ເກືອບຈະວ່າ 100% ເປັນຄົນຈີນ, ຜູ້ປະກອບການ ແລະຄົນງານ ດ້ານຮ້ານອາຫານ ການບໍຣິການ ແລະຮ້ານຄ້າຕ່າງໆ ລ້ວນແລ້ວ ແຕ່ເປັນຊາວຈີນ, ສ່ວນຄົນງານລາວ ນັ້ນກໍມີປະມານ1%.
ຕາມລາຍງານຈາກທ້ອງຖິ່ນ ລາຍງານວ່າ, ພິທີເປີດໄດ້ ເປັນໄປຢ່າງຄຶກຄື້ນ ຢູ່ໃນທ້າມກາງ ຄົນມາທ່ຽວຊົມ ຕໍ່າກວ່ານຶ່ງ ພັນຄົນ. ໂຮງແຮມປະມານ 600 ກວ່າຫ້ອງ ສ່ວນໃຫ່ຽຖືກ ຊາວຈີນຈອງໝົດ.
ໃນພິທີຜູ້ຕາງໜ້າ ຂັ້ນສູງຈາກ ຝ່າຍລາວ, ຝ່າຍຈີນ, ນັກທຸຣະກິດຈີນ ແລະ ບຸກຄົນສໍາຄັນ ດ້ານທຸຣະກິດອື່ນໆ ຢູ່ໃນເຂດ ສາມຫລ່ຽມຄໍາ ເຂົ້າຮ່ວມດ້ວຍ.ໃນວັນເປີດ ກາຊີໂນ-ໂຮງແຮມ ຢ່າງເປັນທາງການນັ້ນ, ການພະນັນກໍໄດ້ ເລີ້ມຂື້ນ ໃນວັນດຽວກັນ.
ຢູ່ທາງດ້ານໃນ ຂອງຄາຊີໂນ ຊຶ່ງເປັນບ່ອນ ໂອໂຖງທີ່ສຸດນັ້ນ, ມີການຫ້າມບໍ່ໃຫ້ ຄົນລາວເຂົ້າຫລີ້ນ, ແຕ່ເຂົ້າໄປທ່ຽວຊົມໄດ້. ສໍາລັບຜູ້ທີ່ມີ ຕົ້ນທຶນຕໍ່ານັ້ນ, ທາງກາຊີໂນ ໄດ້ຈັດຫ້ອງໄວ້ ທາງຫລັງຕລາດ ເພື່ອໃຫ້ເຂົ້າໄປ ຫລີ້ນການພະນັນໄດ້. ສໍາລັບຊາວຕ່າງປະເທດ ທີ່ຈະເຂົ້າໄປຫລີ້ນ ການພະນັນ ຢູ່ດ້ານໃນນັ້ນຕ້ອງ ຊື້ຫລຽນພະນັນ ຕໍ່າສຸດ100ຢວນ.
ນອກຈາກສຖານທີ່ ກາຊີໂນແລະໂຮງແຮມ ຣະດັບ5ດາວ ທີ່ສ້າງສໍາເຣັດ ແລ້ວນັ້ນ, ຍັງມີການສ້າງ ສຖານທີ່ບັນເທິງ ໂຮງພາພຍົນ ສູນການຄ້າ ດິສໂກເທັກ ທັງໝົດນີ້, ຢູ່ໃນບໍຣິເວນ ເຂດສັມປະທານ 1,000ເຮັກຕາ. ການກໍ່ສ້າງ ໃນພາກສ່ວນນີ້ ກໍາລັງດໍາເນີນຢູ່.
ລາຍງານວ່າຊາວລາວ ຢູ່ໃນແຂວງບໍ່ແກ້ວ ເລີ້ມມີຄວາມຮູ້ສຶກ, ຢ້ານກົວ ບາງສິ່ງບາງຢ່າງ ທີ່ຈະເກີດແກ່ ເຂົາເຈົ້າແລ້ວ, ເນື່ອງຈາກວ່າ ເຂດເສຖກິດພິເສດ ດັ່ງກ່າວ ບໍ່ໄດ້ຢູ່ໃນ ກັມມະສິດ ຂອງຜູ້ທີ່ເປັນ ເຈົ້າຂອງປະເທດ ອີກແລ້ວ.









