ໂຄງການພັທນາ ປູກໝາກເຍົາໃນລາວ

ເຈົ້າໜ້າທີ່ ຈາກສະຖາບັນ ຄົ້ນຄວ້າ ກະສິກັມ ແລະປ່າໄມ ໃນນະຄອນ ຫລວງວຽງຈັນ ເວົ້າວ່າ ໂຄງການພັທນາ ໝາກເຍົາ ຂອງລາວ ຍັງຢູ່ໃນ ຂັ້ນຕອນ ການພັທນາ ແນວພັນ.
ມະນີຈັນ
2010.05.25
F-Yao ຕົ້ນໝາກເຍົາທີ່ໃຊ້ເປັນພືຊພລັງງານໄດ້
Photo: RFA

ໂຄງການ ພັທນາໝາກເຍົາ ຂອງລາວ ທີ່ມີແຜນພັທນາ ໃຫ້ເປັນພລັງງານ ນໍ້າມັນເພື່ອນໍາໃຊ້ ຢູ່ພາຍໃນລາວນັ້ນ ຍັງບໍ່ມີຄວາມ ຄືບໜ້າ ຫລາຍພໍເທົ່າໃດ ຍ້ອນຂາດ ວິຊາການ ແລະຍັງຢູ່ໃນ ຂັ້ນຕອນ ສຶກສາຄົ້ນຄວ້າ ຫາແນວພັນ ເທົ່ານັ້ນ ແຕ່ໃນອະນາຄົດ ກໍຢາກພັທນາ ໃຫ້ສໍາເຣັດ ເພື່ອເປັນພລັງງານ ທາງເລືອກໃນ ປະເທດລາວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສະຖາບັນ ຄົ້ນຄວ້າ ກະສິກັມແລະປ່າໄມ້ ໃນນະຄອນຫລວງ ວຽງຈັນ:

"ຢາກປູກຢູ່ ແຕ່ບໍ່ທັນໄດ້ ຄົ້ນຄວ້າ ແລະ ບໍ່ມີແກ່ນພັນ ຈະມາປູກນະ ເພາະວ່າດຽວນີ້ ກໍາລັງຂໍທຶນ ເພື່ອວ່າຢາກໄດ້ແຫລ່ງ ເມັດພັນມາຈາກ ທີ່ຕ່າງໆ ເຊັ່ນວ່າ ຈາກອິນເດັຽ ຫລືໄທ ເອງ".

ປັຈຈຸບັນ ເປັນທີ່ຮູ້ກັນດີວ່າ ລາວ ເປັນປະເທດ ທີ່ບໍ່ມີ ນັກວິຊາການ ສະເພາະເລື່ອງການ ພັທນາໝາກເຍົາ  ແຕ່ໃນ ອະນາຄົດ ຫລັງຈາກທີ່ ສະຖາບັນ ຄົ້ນຄວ້າ ກະສິກັມ-ປ່າໄມ້ ສໍາເຣັດການສຶກສາ ຢ່າງຈິງຈັງແລ້ວ ຈະມີຄໍາຕອບວ່າ ແນວທາງ ການພັທນານັ້ນ ຈະເປັນໄປໄດ້ ຫລືບໍ່ ການປູກໝາກເຍົາ ໃນລາວ ອາຈເກີດຂຶ້ນໄດ້ ໃນອະນາຄົດ ເພື່ອຫລຸດຜ່ອນ ການໃຊ້ນໍ້າມັນ ທີ່ຕ້ອງນໍາເຂົ້າ ຈາກປະເທດ ເພື່ອນບ້ານ.

ນັ້ນກໍເປັນບັນຫາ ຊຶ່ງພາກກະສິກັມ ຂອງລາວ ຕ້ອງໄດ້ເບິ່ງຄືນ ໂດຍຈະໃຊ້ ລະຍະເວລາ ໃນການສຶກສາ  ເພາະຍັງຂາດຄວາມຮູ້ ແລະຄວາມຊ່ຽວຊານ ທີ່ຖືກຕ້ອງ ຮວມໄປເຖິງເລື່ອງ ການລົງທຶນ ວິຈັຍເພາະປູກ ເພື່ອໃຫ້ໄດ້ຜົລຜລິດ ທີ່ດີ ແລະຄຸ້ມຄ່າ.

ປັດຈຸບັນນີ້ ທາງສະຖາບັນ ຄົ້ນຄວ້າກະສິກັມ ແລະ ປ່າໄມ້ຂອງລາວ ເລີ່ມລວບລວມຂໍ້ມູນ ກ່ຽວກັບເລື່ອງ ດັ່ງກ່າວ ເພື່ອໃຫ້ຣັຖບານ ໃຊ້ເປັນຂໍ້ມູນ ພິຈາຣະນາໂຄງການ ພັທນາໝາກເຍົາ ເປັນພລັງງານ ທົດແທນ ໃນຂັ້ນຕໍ່ໄປ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.