ລາວຈະອອກອະນຸມັດ ການລົງທຶນໃຫ້ໄວຂື້ນ

ກະຊວງການຄ້າ ແລະ ການລົງທຶນ ຢືນຢັນ ວ່າ ສາມາດ ອະນຸມັດ ສັມປະທານ ການລົງທຶນ ໃຫ້ແກ່ ຕ່າງຊາດ ໃຫ້ແລ້ວ ພາຍໃນ 13 ມື້.
ຈະເຣີນສຸກ
2010.09.13

ການປະຊຸມ ສັມມະນາ ເພື່ອດຶງດູດ ນັກລົງທຶນ ໄທ ໃຫ້ເຂົ້າໄປ ລົງທຶນ ໃນສປປລາວ ເມື່ອວັນທີ 9 ກັນຍາ ທີ່ບາງກອກ ຊີ້ແຈງວ່າ ຣັຖບານລາວ ໄດ້ປັບປ່ຽນ ຂັ້ນຕອນ ການຂໍ ອະນຸມັດ ການລົງທຶນ ໃຫ້ໄວກ່ວາເດີມ ເພື່ອເຊີນຊວນ ນັກລົງທຶນ, ພ້ອມທັງຫລຸດ ຂັ້ນຕອນ ທີ່ຫຍຸ້ງຍາກ ອອກໄປ. ອີງຕາມ ຄໍາເວົ້າ ຂອງ ຍານາງ ທໍາມາ ເພັດວິໄຊ, ຮອງຫົວໜ້າ ກົມສົ່ງເສີມ ການຄ້າ ແລະ ການລົງທຶນ ຂອງລາວ.

“ພວກເຮົາ ຈະໄດ້ ປັບຕົວນີ້ ນັກລົງທຶນ ທັ້ງລາວ ແລະ ຕ່າງປະເທດ ສາມາດ ໄປຍື່ນຂຶ້ນ ທະບຽນແລ້ວ ພວກເຮົາ ກໍສາມາດ ພິຈາຣະນາ ອອກໃກ້ໄດ້ ໃນລະຍະສັ້ນ ຄື 10 ຫາ 13 ວັນທໍາການ. ສ່ວນກິຈກັມ ສັມປະທານ ຕົວນີ້ ຂຶ້ນກັບ ສະພາບ ຂອງແຕ່ລະ ອົງການ ວ່າ ຕ້ອງໃຊ້ເວລາ ໃນການສຶກສາ ສໍາລວດ ແລະ ປະເມີນຜົນ ສິ່ງແວດລ້ອມ ແລະ ສັງຄົມ ຕ່າງໆ, ຊຶ່ງລະຍະເວລາ ໃນການ ພິຈາຣະນາ ອາດຈະຍາກກ່ວາ ກິຈການທົ່ວໄປ.”

ຍານາງ ກ່າວຕໍ່ໄປ ອີກວ່າ ກົດໝາຍ ສົ່ງເສີມການຄ້າ ແລະ ການລົງທຶນ ສະບັບໃໝ່ນີ້ ຄັດຈ້ອນ ຫລາຍຂໍ້ບັນຍັດ ໃຫ້ເຫລືອພຽງ ເທົ່າທີ່ຈໍາເປັນ ແລະ ບໍ່ຊັບຊ້ອນ ຄືສະບັບ ກ່ອນ. ກິຈການ ການລົງທຶນ ດ້ານໂຮງແຮມ, ເຮືອນພັກ, ຫ້າງຮ້ານ, ລົງທຶນ ການກະເສດ, ໂຮງຮຽນ ແລະ ອື່ນໆ, ຫລາຍໆກິຈການ ສາມາດ ຂໍອະນຸຍາດ ລົງທຶນໄດ້ເລີຍ ພາຍໃນ 13 ມື້ ນັບແຕ່ວັນ ທີຢື່ນ ເອກກະສານ ຄົບຖ້ວນທັງໝົດ. ແຕ່ສໍາລັບ ການຂໍລົງທຶນ ດ້ານເຂື່ອນໄຟຟ້າ, ບໍ່ແຮ່ ແລະ ສັມປະທານ ທີ່ກ່ຽວຂ້ອງ ດ້ານຊັພຍາກອນ ທັມມະຊາດ ຂອງປະເທດ ຈໍາເປັນຕ້ອງ ໄດ້ສຶກສາ ຜົນກະທົບ ຕ່າງໆ ໃຫ້ດີເສັຍກ່ອນ ແລະ ວ່າການລົງທຶນ ລັກສນະນີ້ ຕ້ອງໃຫ້ຣະດັບ ຣັຖບານ ເປັນຜູ້ພິຈາລະນາ.

ນອກຈາກນັ້ນ, ຍັງມີການໃຫ້ ສິດທິພິເສດ ດ້ານອັຕຣາ ພາສີ ໂດຍຈະ ພິຈາຣະນາ ຈາກການລົງທຶນ ໃນຂົງເຂດຕ່າງໆ ອີກດ້ວຍ ກໍຄື ຖ້າຫາກ ນັກລົງທຶນ ສົນໃຈ ລົງທຶນ ໃນເຂດຫ່າງໄກ ສອກຫລີກ ໂດຍປະຊາຊົນ ໃນທ້ອງຖິ່ນ ມີສ່ວນຮ່ວມນັ້ນ, ຣັຖບານ ຈະພິຈາຣະນາ ບໍ່ເກັບ ຄ່າອາກອນ ພາສີ ເປັນເວລາ 10-15 ປີ, ຖືວ່າເປັນການ ຊ່ອຍເຫລືອລາວ ໃຫ້ຫລຸດພົ້ນ ຈາກປະເທດ ທີ່ທຸກຍາກ ທາງນຶ່ງດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.