ຄວບຄຸມຣາຄາ ສິນຄ້າ ວັນປີໃໝ່
2009.04.07
ທາງຫ້ອງກາຣ ອຸຕສາຫະກັມ ກາຣຄ້ານະຄອນ ຫລວງວຽງຈັນ ໄດ້ອອກຄຳສັ່ງ ຫ້າມບໍ່ໃຫ້ພວກ ພໍ່ຄ້າຊາວຂາຍ ສວຍໂອກາສຂື້ນ ຣາຄາສິນຄ້າ ໃນຣະຍະເທສກາລ ບຸນປີໃໝ່ລາວ ແຕ່ຢ່າງໃດສະນັ້ນ ທາງຫ້ອງກາຣຈັດ ສັນຕລາດຂົວດີນ ກໍໄດ້ເຣີ່ມ ປະຕິບັຕຕາມ ຄຳສັ່ງຢ່າງເຂັ້ມ ງວດອອກກວດຕາມ ຫ້າງຮ້ານຕ່າງໆ ແລະຖ້າມີຜູ້ ລະເມີດກໍຈະ ຕ້ອງໄດ້ມີກາຣ ປັບໄໝໃສ່ໂທສ ຕາມກົດໝາຍ ດັ່ງທີ່ທ່ານ ອາໄພ ຣາຊບຸດ ຈາກຫ້ອງກາຣຈັດ ສັນໄດ້ກ່າວວ່າ:
“ເຮົາກໍຈະໄດ້ປັບໄໝຕາມຣະບຽບກາຣທີ່ເພີ່ນແຈ້ງກາຣອອກມາ ກ່ຽວກັບກາຣກັກຕຸນ ສີນຄ້າໃນຣາຄາສິນຄ້າເຈົ້າມີເທົ່າໃດ ຄວນປັບໄໝເທົ່າໃດ ສຶກສາອົບຮົມແລະເຮົາຈະມີວິທີກາຣທີ່ວ່າບໍ່ໃຫ້ມາທຳກາຣຄ້າຂາຍຢູ່ ຕລາດເຮົາຫັ້ນແຫລະ”
ເຈົ້າໜ້າທີ່ລາວ ທ່ານນີ້ຍັງໄດ້ ແຈ້ງເພີ່ມວ່າ: ນອກຈາກອອກ ປະກາດກາຣຫ້າມ ຂື້ນຣາຄາ ສິນຄ້າແລ້ວ ທາງກາຣກ່ຽວຂ້ອງ ຍັງໄດ້ເນັ້ນໃຫ້ ທາງພວກພໍ່ຄ້າ ແມ່ຄ້າມີ ຄວາມຊື່ສັຕຕໍ່ ອາຊີພກາຣຄ້າ ຂາຍບໍ່ແມ່ນແຕ່ ສະເພາະຍາມ ບຸນປີໃໝ່ ເທົ່ານັ້ນແຕ່ຫາກ ຫ້າມຄົດໂກງຫລື ຂື້ນຣາຄາ ແຕ່ຢ່າງໃດ ແລະປາກົດວ່າ ໃນປັຈຈຸບັນນີ້ ສະພາບກາຣ ຄ້າຂາຍໃນເຂຕ ນະຄອນຫລວງ ວຽງຈັນ ກໍເຣີ່ມຄຶກຄັກ ຂື້ນມາ ດັ່ງຈະເຫັນໄດ້ ຈາກຈຳນວນຜູ້ ຄົນທີ່ຫາຍ່າງ ເລາະຊື້ສີ່ງຂອງ ຕ່າງໆຫລາຍຂື້ນກວ່າ ເກົ່າແລະກໍບໍ່ ທັນພົບເຫັນມີ ກາຣຂື້ນຣາຄາ ເທື່ອແຕ່ຢ່າງໃດ ດັ່ງ ທ່ານອາໄພ ໄດ້ກ່າວເພີ່ມວ່າ:
“ບໍ່.ບໍ່ມີມີແຕ່ ຣາຄາມັນຖືກລົງ ເພາະວ່າບຸນ ປີໃໝ່ໃຜໆກໍ ຢາກຂາຍສິນຄ້າ ອອກໃຫ້ຫລາຍໆ ບໍ່ມີດອກກາຣ ກັກຕູນບໍ່ກັກ ມີເທົ່າໃດກໍ ເອົາອອກມາເລ ຂາຍໃຫ້ໝົດ”
ທ່ານອາໄພ ໄດ້ກ່າວຢ້ຳວ່າ: ສາເຫຕທີ່ເຮັດ ໃຫ້ທາງເຈົ້າໜ້າ ທີ່ຕ້ອງໄດ້ອອກ ປະກາສຄວບຄຸມ ສິນຄ້າດັ່ງກ່າວ ກໍຍ້ອນວ່າໃນ ຣະຫວ່າງ ເທສກາລຂອງ ປີທີ່ຜ່ານມາ ມີກາຣລັກລອບ ຂື້ນຣາຄາອັນ ເປັນກາຣສົ່ງ ຈະທ້ອນໃຫ້ແກ່ ປະຊາຊົນ ທີ່ຕ້ອງໄດ້ຊື້ ສີ່ງຂອງທີ່ຈຳ ເປັນຕ້ອງໃຊ້ໃນ ຣາຄາທີ່ແພງ ຂື້ນກວ່າເກົ່າຈື່ງ ມີກາຣຄວບຄຸມ ຣາຄາສິນຄ້າ ໃນປີໃໝ່ 2009 ດັ່ງກ່າວນີ້!!









