ນັກທຸຣະກິດໄມ້ ຂາດຄວາມຊຳນານ
2009.06.26
ທ່ານ ສຽວສວາດ ສະແຫວງສືກສາ ຣັຖມົນຕຮີ ຊ່ອຍວ່າການກະຊວງ ອຸດສາຫະກັມ ແລະການຄ້າ ໃຫ້ຄວາມເຫັນວ່າ ນັກທຸຣະກີດ ປຸງແຕ່ງໄມ້ ພາຍໃນປະເທດ ຍັງຂາດຄວາມສາ ມາດ ແລະຄວາມຊຳນານ ໃນການພັທນາ ອຸດສາຫະກັມ ປຸງແຕ່ງໄມ້ ເພື່ອສົ່ງອອກຈື່ງ ເຮັດໃຫ້ທຸຣະກິດ ດ້ານການ ປຸງແຕ່ງໄມ້ ສຳເຣັດຮູບ ໃນລາວ ລົ້ມເຫລວ ເຮັດໃຫ້ປະເທດຊາດເສັຽໂອກາດ ທີ່ຈະສ້າງລາຍ ໄດ້ຈາກການ ຂາຍໄມ້ ທີ່ສຳເຣັດຮູບອອກ ຕ່າງປະເທດ ແທນທີ່ຈະຂາຍ ເປັນໄມ້ທ່ອນ. ດັ່ງທ່ານກ່າວຕໍ່ ທີ່ປະຊຸມສພາ ໃນຕອນນື່ງວ່າ:
“ນັກທຸຣະກິດໄມ້ ຂອງພວກເຮົາຮອດ ປັດຈຸບັນນີ້ ສັງເກດເຫັນວ່າ ມີການລໍທຳ ແຫລ່ງທືນຫລືລໍ ຖ້າຕລາດຈາກພາຍນອກ ບໍ່ໄດ້ເປັນເຈົ້າ ການດ້ານທືນເພື່ອ ພັທນາກິຈການ ຂອງຕົວເອງ ເວົ້າຮວມແລ້ວ ບາດກ້າວທຳອີດ ຂອງການປັບປຸງ ຫລັກສົມໂຮງງານ ຂອງກະຊວງ ອຸດສາຫະກັມ ກາຄ້າແມ່ນບໍໄດ້ຜົລ”
ທ່ານວ່າ ປະເທດລາວ ມີຄວາມ ອຸດົມສົມບູນ ທາງດ້ານປ່າໄມ້ ເຮັດໃຫ້ລາວເປັນແຫລ່ງ ວັດຖຸດີບອັນ ສຳຄັນໃນການ ເອົາໄມ້ທ່ອນໄປ ປຸງແຕ່ງໃນ ປະເທດອ້ອມຂ້າງ ຊື່ງໄດ້ສ້າງລາຍໄດ້ໃຫ້ແກ່ ປະເທດເຫລົ່ານັ້ນ ຢ່າງຫລວງຫລາຍ ແຕ່ປະເທດລາວ ກັບບໍ່ໄດ້ຜົລປໂຍດເທົ່າທີ່ຄວນ ເພາະຄວາມຮູ້ ກ່ຽວກັບດ້ານນີ້ ຂອງນັກລົງທືນ ທ້ອງຖີ່ນຍັງບໍ່ ໄດ້ມາຕຖານ. ທ່ານກ່າວເພີ້ມ ອີກວ່າ:
“ເພາະວ່າ ບໍຣິສັດ ເຖີງແມ່ນວ່າໄດ້ ເຊັນສັນຍາວ່າ ຈະຜລິດຄັກແນ່ ແຕ່ຕົນເອງ ບໍ່ມີເງີນ ສະນັ້ນ ຣັຖບານ ຕ້ອງຈຳເປັນໄດ້ ອະນຸມັດໃຫ້ ອອກເປັນວັດຖຸດີບ ຊື່ງເປັນບົດຮຽນ ທີ່ເຈັບແສບ ທີ່ສຸດຂອງພວກຂ້າພະເຈົ້າ..”
ໃນອານາຄົດ ຣັຖບານຄວນຈະ ທົບທວນກ່ຽວກັບ ທຸຣະກິດ ການປຸງແຕ່ງໄມ້ ໃນລາວແລະຣະບົບການຈັດສັນ ໂກຕາ ໃນການຕັດໄມ້ ເພື່ອມາປຸງແຕ່ງ ໃຫ້ເຫມາະສົມກັບ ຄວາມສາ ມາດ ຂອງນັກທຸຣະກິດ ປຸງແຕ່ງໄມ້ ໃນລາວ ເພື່ອສົ່ງເສີມ ອຸດສາຫະກັມ ດ້ານນີ້ ໃຫ້ຢືນຢົງແລະສ້າງ ລາຍໄດ້ໃຫ້ແກ່ ປະເທດຊາດ ຫລາຍຂື້ນ.









