ການຄ້າລາວ ກັບຕ່າງປະເທດ ຫລຸດລົງໃນປີກາຍ

ການຄ້າລະຫວ່າງ ສປປລາວ ກັບປະເທດເພື່ອນບ້ານ ຫລຸດລົງເມື່ອປີກາຍນີ້.
ໂພໄຊສວັດ
2010.01.19

ການຄ້າລະຫວ່າງ ລາວແລະໄທ ຫລຸດລົງຢ່າງຫລວງຫລາຍ ເມື່ອປີກາຍນີ້ ຍ້ອນວ່າເສຖກິດ ຂອງທັງສອງປະເທດ ໄດ້ຮັບຜົນກະທົບຈາກ ການຫົດຖອຍຂອງ ເສຖກິດໂລກ.

ນະໂຍບາຍ ທີ່ຈຳກັດນຳເຂົ້າສິນຄ້າ ປະເພດກະສິກັມ ແລະປ່າໄມ້ ຂອງໄທແຮ່ງເຮັດໃຫ້ ສະພາບການຄ້າ ຂ້າມເຂດຊາຍແດນ ລະຫວ່າງສອງປະເທດ ໃນປີ 2009 ຕົກຫລຸດລົງຢ່າງຮຸນແຮງ. ອີງຕາມລາຍງານຂອງ ຫໍການຄ້າ ແລະອຸດສາຫະກັມ ແຫ່ງຊາດລາວ.

ຫໍການຄ້າແລະ ອຸດສາຫະກັມແຫ່ງຊາດ ລາຍງານອີກວ່າ ມູນຄ່າຂອງການຄ້າ ຂ້າມເຂດຊາຍແດນ ລະຫວ່າງລາວແລະໄທ ມີພຽງແຕ່ 26ຕື້ໆກີບ ຫລືປະມານ 3ຕື້ໂດລາ ສະຫະຣັຖ ພາຍໃນປີ 2009, ຫລຸດລົງຈາກ 31ຕື້ໆກີບ ຫລື 3ຕື້600ລ້ານໂດລາ ສະຫະຣັຖ ໃນປີ2008.

ທາງຝ່າຍລາວ ສົ່ງອອກສິນຄ້າປະເພດ ເຄື່ອງນຸ່ງຫົ່ມ, ພະລັງໄຟຟ້າ, ສິນຄ້າປະເພດໄມ້ ແລະ ແຮ່ທາດ. ສ່ວນລາວຈະນຳເຂົ້າ ສິນຄ້າປະເພດເຄື່ອງຈັກ, ນ້ຳມັນເຊື້ອ ເພີງ, ເຄື່ອງອຸດສາຫະກັມ ແລະ ໃຊ້ສອຍຕ່າງໆ.

ການຄ້າລະຫວ່າງ ລາວແລະໄທ ມີມູນຄ່າຫລາຍ ກວ່າເຄິ່ງນຶ່ງຂອງ ຈຳນວນການຄ້າທັງໝົດ ລະຫວ່າງກຸ່ມ ປະເທດເພື່ອນບ້ານ. ນອກຈາກການຄ້າ ຂ້າມເຂດຊາຍ ແດນ ລະຫວ່າງ ລາວແລະໄທແລ້ວ, ລາວຍັງໄດ້ຄ້າຂາຍ ກັບປະເທດເພື່ອນບ້ານ ອື່ນໆເຊັ່ນ ວຽດນາມ ແລະ ຈີນອີກ.

ທາງການລາວ ເປີດເຜີຍອີກວ່າ ເມື່ອລະດັບການຄ້າຂ້າມ ເຂດຊາຍແດນຫລຸດລົງ ຈະເຮັດໃຫ້ໂຕເລກ ການຄ້າຕ່າງປະເທດ ຕົກລົງຍ້ອນວ່າ ການຄ້າຂ້າມເຂດ ຊາຍແດນ ມີ 90ສ່ວນຮ້ອຍ ຂອງການຄ້າຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.