ສັດປ່າໃນລາວ ຖືກລ້າ ສົ່ງອອກຂາຍ
2009.03.09
ອົງການ ປົກປັກຮັກສາ ສະພາບແວດລ້ອມ ຣາຍງານ ທາງອິນເຕີແນ໊ດ ວ່າ ເມື່ອ 25 ປີກ່ອນ ລາວເປັນປະເທດ ທີ່ອຸດົມສົມບູນ ໄປດ້ວຍສັດປ່າ ແຕ່ຕົກມາ ໃນຣະຍະ ປະມານສິບປີ ທີ່ຜ່ານມາ ສັດປ່າ ມີຈຳນວນ ຫລຸດໜ້ອຍຖອຍລົງ ທຸກໆມື້. ປັດຈຸບັນ ໃນເຂດ ຊົນນະບົດ ຂອງລາວ.
ພວກຄ້າສັດປ່າ ເລາະຫາຊື້ສັດປ່າ ກັບຊາວໄຮ່ຊາວນາ ເປັນປະຈຳ ຊາວລາວ ຜູ້ທີ່ເຫັນແກ່ເງິນ ເວລາເຮັດໄຮ່ ເຮັດນາແລ້ວ ກໍພາກັນ ຊອກຫາສັດປ່າ ມາຂາຍ ໃນຣະ ຍະນີ້ ສັດປ່າທີ່ມີ ຣາຄາສູງ ກໍແມ່ນ ເສືອແລະຫລິ່ນ ເສືອໂຕນຶ່ງຢູ່ ລາວ ຈະມີຣາຄາ ເຖິງ 15,000 ດອນລ່າ ສະຫະຣັຖ ບັດພວກຄ້າສັດປ່າ ນຳໄປຂາຍຢູ່ ຈີນ ຈະໄດ້ ຣາຄາເຖິງ 70,000 ດອນລ່າຕໍ່ໂຕ.
ນາງ Arlyne Johnson ຜູ້ອຳນວຍການ ຮ່ວມອົງການ ພິພັກຮັກສາ ສັດປ່າ ປະຈຳລາວ ກ່າວວ່າ ຍ້ອນການຄ້າຂາຍ ສັດປ່າແລະຍ້ອນ ປ່າໄມ້ຖືກ ທຳຣາຍ ປັດຈຸບັນ ເສືອຢູ່ໃນ ປະເທດລາວ ຍັງເຫລືອບໍ່ເຖິງ 50 ໂຕ ເສືອມີຣາຄາ ແພງຫລາຍ ຈົນຊາວບ້ານກ້າ ລົງທຶນ ຂ້າໝູຫລືງົວ ເພື່ອໃຊ້ເປັນເຍື່ອ ຫລອກເອົາເສືອ ເມື່ອເສືອມາກິນ ຊາວບ້ານກໍຂ້າ ແລ້ວນຳເອົາ ກະດູກ ແລະສິ້ນສ່ວນ ທຸກຢ່າງ ຂອງເສືອ ໄປຂາຍໃຫ້ ພວກຄ້າສັດປ່າ ສ່ວນສັດປ່າ ຊະນິດອື່ນໆນັ້ນ ອົງການປົກປັກ ຮັກສາສະພາບ ແວດລ້ອມ ຣາຍງານວ່າ ສັດປ່າຢູ່ລາວ ນັບລ້ານໂຕ ຊຶ່ງມີທັງນົກ ຫລິ່ນ ແລນ ເຕົ່າແລະ ງູ ຖືກຂ້າ ແລະລັກລອບ ອອກໄປຂາຍທີ່ ປະເທດໄທ ວຽດນາມ ແລະຈີນໃນ ທຸກໆປີ ເຂດທີ່ຍັງມີ ສັດປ່າຫລາຍ ຢູ່ລາວ ກໍແມ່ນ ປ່າສງວນ ແຫ່ງຊາດ ນ້ຳຫາທີ່ແຂວງຫ ລວງນ້ຳທາ ແລະ ເຂດນ້ຳແອດ-ພູເລີຍ ໃນແຂວງ ຫົວພັນ ແຕ່ໃນເຂດນີ້ ປັດຈຸບັນ ກຳລັງມີການ ລັກລອບຂ້າ ຈັບແລະສົ່ງສັດປ່າ ອອກໄປຂາຍ ຕ່າງປະເທດ ຫລາຍທີ່ສຸດ.
ການລັກລອບຄ້າຂາຍ ສັດປ່າ ເປັນກິດຈະການ ທີ່ງ່າຍດາຍ ຢູ່ລາວ ເພາະເຈົ້າໜ້າທີ່ ສົມຮູ້ຮ່ວມຄິດ ກັບພວກຄ້າຂາຍ ສັດປ່າ.









