ປະຊຸມກຳນົດ ເຂດປອດສານພິດ
2009.03.16
ກົດໝາຍ ການກຳນົດ ຂອບເຂດ ການປອດສານພິດ ໃນລາວ ຍັງບໍ່ມີ ຄວາມຊັດເຈນ ເທົ່າທີ່ຄວນ ມາຮອດປັຈຸບັນນີ້
ແລະນັ້ນ ກໍເປັນສ່ວນນື່ງ ຂອງທີ່ມາ ໃນການລັກລອບ ນຳສານເຄມີ ຕ້ອງຫ້າມ ເຂົ້າລາວເພື່ອໄຊ້ ໃນການ ກະເສດ ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ໃນນະຄອນຫລວງ ວຽງຈັນ.
ເຮົາ ກໍຍັງບໍ່ທັນ ໄດ້ມີໜ່ວຍງານ ຈິງຈັງ ທີ່ມາປາບປາມ ເວົ້າເລື້ອງ ຕົວນີ້ແລະດຽວນີ້ ພວກເຮົາ ກຳລັງລໍຖ້າ ກອງປະຊຸມ ກຳນົດເຂດກ່ອນ ແລະກໍວາງ ກົດໝາຍຣະດັບຂັ້ນປະເທດ ແລະກຳນົດ ເປັນເຂດອິນຊີ.
ຖ້າຫາກມີ ກົດໝາຍ ທີ່ກຳນົດ ເຂດປອດສານ ພິດຢ່າງລະອຽດ ແລະຈະແຈ້ງແລ້ວ ການທຳໜ້າທີ່ ຂອງຕຳຣວດ ຫລືນ່ວຍງານຕ່າງໆ ກໍຈະສດວກ ຫລາຍຂຶ້ນຊື່ງໃນປັຈຸບັນນີ້ ທາງເຈົ້າໜ້າທີ່ ບໍ່ສາມາດ ທຳການ ຈັບກຸມໄດ້ ຢ່າງເຕັມທີ່ເທື່ອ
ເພາະບໍ່ມີກົດໝາຍ ທີ່ຊັດເຈນ ກ່ຽວກັບຜູ້ ກະທຳຜິດ.ກ່ຽວກັບ ການຈັດກອງ ປະຊຸມເພື່ອ ແກ້ໃຂບັນຫາ ດັ່ງກ່າວ ກໍໄດ້ມີການ ນຳສເນີໄປຍັງ ຣັຖບານແລ້ວ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ.
ເຮົາກໍຢາກ ໃຫ້ມັນມີຂື້ນ ແຕ່ວ່າ ເຮົາຊິຕ້ອງໄດ ປຶກສາຫລາຍ ພາກສ່ວນ ທາງຂັ້ນ ວຽງຈັນ ຂັ້ນເມືອງກໍ ຄວບຄຸມບໍ່ ໄດ້ດອກ ຕ້ອງເອົາຂັ້ນ ວຽງຈັນ ໄປຄວບຄຸມໃຫ້ ເຖິງຊິໄດ້ ຖ້າພວກຂ້ອຍ ສາມາດຈັດກອງ ປະຊຸມໃຫຍ່ ຕົວນີ້ໄດ້ ຢ່າງໜ້ອຍ ກໍລຸດຜ່ອນ.
ເຈົ້າໜ້າທີ່ ທາງການລາວ ກ່າວສລຸບວ່າ ການປູກພືດ ໂດຍໄຊ້ສານ ເຄມີຕ້ອງ ຫ້າມນັ້ນ ໂດຍສເພາະແລ້ວ ມີຢູ່ ແຖວແຄມຂອງ. ສານເຄມີ ສ່ວນໃຫຍ່ ຈະເປັນພວກ ຢາກຳຈັດ ສັຕຣູພືດ ທີ່ມີສານ ຮ້າຍແຮງ ເຈືອປົນຢູ່ ແລະລັກລອບ ນຳເຂົ້າ ຈາກປະເທດໄທ.









