ຊາວຈີນ ຕາມເຂດ ຊາຍແດນ

ຊາວຈີນ ທີ່ອາສັຍ ຢູ່ຕາມເຂດ ຊາຍແດນ ລາວ-ຈີນ ສ່ວນຫລາຍ ມັກລັກລອບ ເຮັດສິ່ງທີ່ຜິດ ກົດໝາຍ
ໂພໄຊສວັດ
2009.05.22

ຊາວຈີນທີ່ເຂົ້າ ມາອາສັຍ ຢູ່ໃນແຂວງ ຜົ້ງສາລີ ສ່ວນຫລາຍຈະ ປະກອບອາຊີບ ໃນການຄ້າຂາຍ ໂດຍຈະນຳເອົາ ສິນຄ້າ ຣາຄາຖືກ ມາຂາຍໃຫ້ ປະຊາຊົນລາວ ໃນແຖບນັ້ນ ຊຶ່ງນັບວ່າ ເປັນຜົນດີ ໂດຍກົງແກ່ ປະຊາຊົນລາວ ທີ່ເຫັນວ່າ ສິນຄ້າມາຈາກ ວຽງຈັນ ຫລືໄທ ຈະມີ ຣາຄາແພງກວ່າ.

ແຕ່ສຳລັບ ຜົລເສັຍນັ້ນ ໂດຍສ່ວນຫລາຍ ປະຊາຊົນຈີນ ທີ່ອາສັຍຢູ່ ຕາມເຂດຊາຍແດນ ລາວ-ຈີນ ມັກຈະສ້າງ ບັນຫາໃຫ້ ສັງຄົມລາວ ດັ່ງເຈົ້າໜ້າທີ່ ແຂວງ ຜົ້ງສາລີ ຜູ້ນຶ່ງ ອະທິບາຍວ່າ:

ກ່ຽວກັບການ ປະຕິບັດຕາມ ກົດໝາຍນັ້ນ ມັນບໍ່ຄ່ອຍ ຈະດີລັກລອບ ມາຖາງປ່າ ເຮັດໄຮ່ປູກເຂົ້າ ລັກລອບມາຍິງ ສັດປ່າ ຂອງພວກເຮົານີ້ ແລະນອກຈາກ ນັ້ນກໍຍັງ ມີການລັກລອບ ຄ້າຂາຍເຖື່ອນ ປະເພດ ຢາເສບຕິດ ອັນນີ້ຢູ່ ຕາມລຽບ ຊາຍແດນ.

ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ສຳລັບການ ລັກລອບ ຕັດໄມ້ ນັ້ນສ່ວນຫລາຍ ແມ່ນເຂດເມືອງ ສໍາພັນ ແລະ ເມືອງໃໝ່ ຊຶ່ງເປັນເຂດ ປ່າສງວນ ແລະມີເຂດ ດິນແດນຕິດກັບ ຈີນແລະວຽດນາມ ຈະສດວກໃນ ການຂົນສົ່ງ. ເຖິງວ່າທາງການ ລາວ ຈະມີການປາບ ປາມປັບໃໝ ຈັບກຸມແຕ່ເມື່ອ ພົ້ນໂທດແລ້ວ ກໍມາກໍ່ຄະດີ ຄືນໃໝ່ ອີກ.

ເພື່ອແກ້ໄຂ ບັນຫານີ້ ທາງການລາວ ກໍໄດ້ຕິດຕໍ່ ພົວພັນກັບ ທາງການຈີນ ດັ່ງ ເຈົ້າໜ້າທີ່ ຜູ້ເກົ່າໄດ້ ອະທິບາຍວ່າ:

ຄັນເວົ້າເຖິງ ການພົວພັນ ຮ່ວມມື ກັບປະເທດ ເພື່ອນບ້ານ ໃກ້ຄຽງ ຄັນພາກສ່ວນ ທີ່ເຂົ້າມາຖືກ ຕ້ອງຕາມລະບຽບ ກົດໝາຍ ອັນນີ້ມັນ ເປັນການຊຸກຍູ້ ສົ່ງເສີມຂອງ ຣັຖບານສອງຝ່າຍ ທີ່ໄດ້ສັນຍາ ນຳກັນ.

ເຈົ້າໜ້າທີ່ ໄດ້ເວົ້າໃນ ຕອນທ້າຍວ່າ: ການປ່ຽນແປງ ສະພາບການ ເປັນຢູ່ຂອງ ສັງຄົມລາວ ແລະ ຊັພຍາກອນທັມມະຊາດ ຕາມເຂດຊາຍແດນ ໃນປັດຈຸບັນ ກໍບໍ່ແມ່ນ ສາເຫດມາຈາກ ປະຊາຊົນຈີນ ທັງໝົດ ເພາະການມາຂອງ ພວກຂະເຈົ້າ ບາງສ່ວນກໍເປັນ ຜົລດີ ຕໍ່ສັງຄົມລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.