ຊາວສວນ ທີ່ຜົ້ງສາລີ ຍັງໃຊ້ ສານເຄມີ ອັນຕະຣາຍ ແລະ ຜິດກົດໝາຍ

ຊາວກະສິກອນ ທີ່ແຂວງຜົ້ງສາລີ ຍັງລັກລອບນຳເອົາ ສານເຄມີ ທີ່ເປັນອັນຕະຣາຍ ຈາກຈີນ ເພື່ອໃຊ້ໃນການ ກຳຈັດສັຕຣູພືຊ ແລະ ທຳລາຍຕົ້ນໄມ້ໃຫຍ່.
ສິດນີ
2009.09.15

ສານເຄມີຊນີດໃຫມ່ ທີ່ເປັນອັນຕະຣາຍ ຈາກຈີນ, ຊຶ່ງຊາວສວນ ໃນແຂວງຜົ້ງສາລີ ໄດ້ລັກລອບນຳເຂົ້າ ໃນເວລານີ້ນັ້ນ, ເປັນສານເຄມີ ທີ່ໃຊ້ໃນການ ທຳລາຍ ຕົ້ນໄມ້ໃຫຍ່ໃຫ້ຕາຍ, ແລ້ວອ້າງວ່າເປັນ ໄມ້ລົ້ມ, ເພື່ອລັກລອບຕັດ ອອກໄປຂາຍແລະ ອີກປະເພດນື່ງ ກໍ່ເປັນສານເຄມີ, ເພື່ອກຳຈັດສັຕຣູພືຊ, ໃນເຂດສວນຢາງ ທີ່ເມືອງບຸນໃຕ້ ແລະເມືອງອຳພັນ. ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:

"ເຂົ້າມາທາງຈີນ ດຽວນີ້ມີອັນຕະຣາຍ ແນວນື່ງ ຕົ້ນໄມ້ໃຫຍ່ ເຂົາເອົາຜ້າໄປ ແປະແລ້ວ ເອົາຢາຊນີດນີ້ ສີດໃສ່, ຕໍ່ມາຕົ້ນໄມ້ກໍ່ຕາຍ ແລ້ວເຂົາກໍ່ຕັດລົງ, ແລະອ້າງວ່າ ເປັນຕົ້ນໄມ້ຕາຍ."

ທ່ານກ່າວຕໍ່ໄປວ່າ, ສານເຄມີທີ່ ເປັນພິດດັ່ງກ່າວ ໄດ້ນຳເອົາໄປ ວິຈັຍກວດສອບແລ້ວ, ແຕ່ໃນປັດຈຸບັນ ຍັງບໍ່ທັນສາມາດ ຮູ້ໄດ້ວ່າ ສານດັ່ງກ່າວ ມີສ່ວນປະສົມ ຫຍັງແດ່. ສຳລັບສານເຄມີ ທີ່ໃຊ້ໃນເຂດ ສວນຢາງ ໃນເຂດເມືອງບຸນໃຕ້ ແລະ ເມືອງອຳພັນນັ້ນ ແມ່ນຢາຂ້າຫຍ້າ ແລະ ກຳຈັດສັຕຣູພືຊ ປະເພດຕ່າງໆ ທີ່ນຳມາຈາກ ຈີນແລະໄທ ທີ່ເປັນອັນຕະຣາຍ ຕໍ່ສີ່ງແວດລ້ອມ ແລະ ແມ່ນ້ຳລຳທານ ໃນເຂດອ້ອມແອ້ມ ທ່ານກ່າວເພີ້ມອີກວ່າ:

"ສວນຢາງພາຣາ ກໍ່ຫລາຍ ແລະ ພາກສ່ວນເຮັດໄຮ່ ໃຊ້ຢາກໍ່ຫລາຍ, ຕອນເຂົາກຳຈັດຫຍ້າ ທີ່ສວນຢາງພາຣາ ເຂົາຂີ້ຄ້ານລົງ ໄປຖາງ ແລ້ວກໍ່ເອົາຢາໄປ ກຳຈັດ ວັຊພືດ. ເວລາຝົນຕົກ ນ້ຳມັນໃຫລລົງໄປ ສູ່ແມ່ນ້ຳຫມົດ ມີອັນຕະຣາຍ ບາງບ່ອນ ເປັນຄວາຍເປັນງົວ ກໍຈະມີບັນຫາ."

ໃນທີ່ສຸດ ທ່ານວ່າ ເຖີງແມ່ນວ່າ ທາງການແຂວງ ຈະປະກາດຫ້າມ ການໃຊ້ສານ ດັ່ງກ່າວດ້ວຍການ ຈັດສັນພື້ນທີ່ ສີແດງ ໃນເຂດສອງຕົວເມືອງ ນັ້ນແລ້ວກໍຕາມ ແຕ່ຍັງມີການ ລັກລອບນຳເຂົ້າ ຢ່າງຕໍ່ເນື່ອງ ແລະ ກໍ່ເປັນການຍາກ ທີ່ຈະປາບປາມ ໃຫ້ຫມົດໄປໄດ້ ໃນທັນທີທັນໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.