ໄທຕ້ອງເພີ້ມພົວພັນ ກັບລາວ ເພື່ອປໂຍດການຄ້າ

ຢູ່ສປປລາວ ມີໂອກາດຢ່າງ ຫລວງຫລາຍ ດ້ານການຄ້າ ແລະການລົງທຶນ ສໍາລັບໄທ ແຕ່ໄທ ຕ້ອງຂຍາຍ ການພົວພັນ ຣະຫວ່າງ 2 ຝ່າຍ ເພື່ອຈະໄດ້ຮັບ ຜົລປະໂຫຍດ ຢ່າງເຕັມສ່ວນ. ຕາມຣາຍງານຂ່າວ The Nation ໂດຍອ້າງອີງໃສ່ ຄໍາເວົ້າຂອງ ທ່ານທູດໄທ ໃນນະຄອນຫລວງ ວຽງຈັນ.
ມະນີຈັນ
2010.03.15

ບໍຣິສັດຂອງໄທ ທີ່ລົງທຶນຢູ່ລາວ ກໍມີກຸ່ມ ມິຕຜົລນໍ້າຕານ ທີ່ມີໂຣງງານ ຜລິດນໍ້າຕານຊາຍ ໃນແຂວງສວັນເຂດ, ກຸ່ມບໍຣິສັດ ຈະເຣີນໂພກພັນ ທີ່ມີສວນກາເຟ ຢູ່ແຂວງ ຈໍາປາສັກ ແລະ Lao World Group ຊຶ່ງລົງທຶນ ໃນຮູບແບບ ການກະເສດ ພັນທະສັນຍາ ໃນແຂວງ ບໍຣິຄໍາໄຊ. ການລົງທຶນ ຂອງໄທ ໃນລາວ ໃນຂແນງການ ກະສິກັມ ຖືວ່າ ຢູ່ໃນທ່າດີ ເພາະຄ່າການຂົນສົ່ງ ຖືກ.

ຄວາມອຸດົມສົມບູນ ຂອງແຫລ່ງ ຊັພຍາກອນ ທັມມະຊາດ ເຊັ່ນ ທອງແດງ ອາລູມິນຽມ ແລະຊືນ ຮວມໄປເຖິງ ພລັງງານໄຟຟ້າ ນໍ້າຕົກ ແລະຄວາມມີ ສເຖັຽຣະພາບ ທາງການເມືອງ ຂອງລາວ ເປັນຈຸດທີ່ ສໍາຄັນ ສໍາລັບນັກລົງທຶນ ໂດຍສະເພາະແລ້ວ ນັກລົງທຶນ ຈາກວຽດນາມ ແລະຈີນ ໃຫ້ຄວາມສົນໃຈ ເຂົ້າມາເຮັດ ທຸຣະກິດ ໃນລາວ ຫລາຍຂຶ້ນ. ແຕ່ຜົລປະໂຫຍດ ທີ່ໃຫຍ່ທີ່ສຸດ ກໍຈະມາຈາກ ແຜນການ ເປັນໝໍ້ໄຟ ໃນເຂດເອເຊັຽ ຂອງລາວ ໃນປີ 2020 ຊຶ່ງຄາດວ່າ ຈະຜລິດໄຟຟ້າໄດ້ 20 ພັນແມັກກາວັດ ໃນແຕ່ລະປີ ໂດຍມີ ໄທ ເປັນລູກຄ້າ ຣາຍໃຫຍ່ ທີ່ຊື້ໄຟຟ້າ ຈາກລາວ ຂະນະທີ່ ລາວແລະໄທ ມີສັນຍາຊື້ຂາຍ ໄຟຟ້າກັນ 5 ພັນແມັກກາວັດ ໃນປີ 2015.

ທ່ານ ວິບູນ ກ່າວວ່າ ເມື່ອເບິ່ງເຖິງ ການລົງທຶນ ທີ່ເພີ່ມຂຶ້ນ ຣະຫວ່າງປີ 2000 ຫາປີ 2009 ໄທ ເປັນຜູ້ລົງທຶນ ອັນດັບນຶ່ງໃນລາວ ໃນມູນຄ່າ 2 ຕື້ 650 ລ້ານໂດລາ ສະຫະຣັຖ ຕິດຕາມມາດ້ວຍ ຈີນ ຊຶ່ງມີມູນຄ່າ 2 ຕື້ 240 ລ້ານໂດລາ ແລະ ຕໍ່ມາກໍ ວຽດນາມ 2 ຕື້ 110 ລ້ານໂດລາ. ແຕ່ໄທ ກໍຕົກມາຢູ່ ອັນດັບທີ 3 ໃນປີ 2009 ມູນຄ່າການ ລົງທຶນມີ 908 ລ້ານ 6 ແສນໂດລາ ຂະນະທີ່ ວຽດນາມ ຂຶ້ນເປັນອັນດັບນຶ່ງ ມູນຄ່າ ການລົງທຶນ 1 ຕື້ 421 ລ້ານໂດລາ, ຈີນຢູ່ອັນດັບ 2 ມີມູນຄ່າ ການລົງທຶນ 933 ລ້ານໂດລາ. 

ໃນການພົວພັນ ລາວ-ໄທ ຄົບຮອບ 63 ປີໃນເດືອນ ທັນວາ ປີ 2010 ນີ້ ທ່ານທູດໄທ ປະຈໍາລາວ ວິບູນ ຄູສກູນ ຫວັງວ່າ ຣັຖບານໄທ ຈະຮັບຜ່ານ ງົປມານ 800 ລ້ານບາດ ເພື່ອສ້າງທາງ ຣົດໄຟ ຈາກທ່ານາແລ້ງ ເຂົ້າເຖິງວຽງຈັນ ຊຶ່ງຈະອໍານວຍ ຄວາມສະດວກ ໃຫ້ແກ່ການຂົນສົ່ງ  ແລະເຮັດໃຫ້ການ ພົວພັນ ຣະຫວ່າງ 2 ປະເທດ ລາວ-ໄທ ໃກ້ຊິດກັນ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.