ບໍຣິສັດໄທທົດລອງ ປູກເຂົ້າຢູ່ສປປລາວ

ບໍລິສັດ ເອກກະຊົນໄທ ສົນໃຈຢາກເຂົ້າມາ ລົງທຶນທົດລອງ ປູກເຂົ້າຢູ່ ສປປລາວ.
ໂພໄຊສວັດ
2010.01.06

ບໍຣິສັດ ເອກກະຊົນໄທ ຢາກເຂົ້າມາລົງທຶນ ເຮັດນາແລະທົດລອງ ຂຍາຍພັນເຂົ້າຢູ່ ສປປລາວ ຫລັງຈາກທີ່ໄດ້ຮູ້ວ່າ ມີນັກລົງທຶນ ຈຳນວນນຶ່ງໄດ້ ເຂົ້າມາເຊົ່າໄຮ່ນາ ຂອງປະຊາຊົນ ຢູ່ເຂດເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອທົດລອງຂຍາຍພັນເຂົ້າ ຂອງໄທ ຍ້ອນຢາກຮູ້ວ່າຈະມີ ສະພາບດິນທີ່ ຮັບພັນເຂົ້າໄທ ໄດ້ຫລືບໍ່.

ດັ່ງທ້າວກອນ ຊາວນາເມືອງໄຊທານີ ເວົ້າວ່າ:

"ກະມີບາງບໍຣິສັດ ມາເຊົ່າເລີຍປີນີ້ ປະມານ150ໄຮ່ນີ້ແຫລ໋ະ ເຊົ່າຂຍາຍພັນນີ້ແຫລ໋ະ ເຂົາກໍເລີ້ມແລ້ວໃດ໋ ເຂົ້າພັນໄທນີ້ແຫລ໋ະ ເອົາມາຂຍາຍນ໋ະ."

ທ້າວກອນເວົ້າອີກວ່າ ເຂດເມືອງໄຊທານີ ເປັນບໍລິເວນທີ່ມີພື້ນທີ່ ເຮັດໄຮ່ເຮັດນາ ຢູ່ຢ່າງຫລວງຫລາຍ ແລະ ປະຊາຊົນ ໃນຂົງເຂດນີ້ກໍເປັນ ຊາວກະສິກອນ ມາແຕ່ດັ້ງເດີມ ແລະນັບແຕ່ ຣາຄາເຂົ້າໃນຕລາດໂລກເພີ້ມສູງຂື້ນ ຄືແຕ່ປີ2007 ຊຶ່ງມີຣາຄາ 1,000 ໂດລາ ສະຫະຣັຖ ຕໍ່1ຕັນ ຈົນຮອດທຸກມື້ນີ້ ຈຶ່ງເຮັດໃຫ້ມີ ບໍຣິສັດເອກກະຊົນ ຈາກປະເທດໄທ ເຂົ້າມາຊອກຫາ ພື້ນທີ່ໄຮ່ນາສຳລັບ ທົດລອງປູກເຂົ້າພັນໄທ ໂດຍສະເພາະ ເຂົ້າຫອມມະລິຂອງໄທ ຊຶ່ງເປັນເຂົ້າທີ່ມີ ຣາຄາສູງ.
ເຖິງຢ່າງໃດກໍຕາມ ການທີ່ບໍຣິສັດ ເອກກະຊົນໄທ ເຂົ້າມາທົດລອງປູກເຂົ້າ ກໍຍັງເປັນລະຍະທຳອິດ ຈຶ່ງບໍ່ມີໃຜຮູ້ວ່າ ບໍຣິສັດ ເອກກະຊົນໄທ ທີ່ເຂົ້າມາລົງທຶນ ຈະດຳເນີນທຸຣະກິດ ໄປໃນຮູບແບບໃດ ມີໜ້ອຍຫລາຍຫລື ຈະໃຊ້ພື້ນທີ່ໄຮ່ນາ ກວ້າງຫລາຍປານໃດ໋.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.