ເງິນກູ້ນອກຣະບົບ ໃນສປປລາວ
2010.04.28
ການກູ້ຢືມເງິນ ນອກຣະບົບ ຫລືກູ້ຢືມເງິນ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ໃນສປປລາວ ກໍ່ໃຫ້ເກີດການ ຟ້ອງຮ້ອງກັນເລື້ອຍໆ ຊຶ່ງສ່ວນຫລາຍ ຈະເກີດຂຶ້ນກັບ ປະຊາຊົນ ທີ່ຢູ່ໃນເມືອງ ຍ້ອນວ່າປະຊາຊົນ ຢູ່ໃນເມືອງ ຈຳນວນຫລາຍ ມີອາຊີບຄ້າຂາຍ ບາງເທື່ອຕ້ອງໄດ້ ກູ້ຢືມເງິນນອກ ຣະບົບມາໃຊ້ ໃນການດຳເນີນ ກິຈການ. ບັນຫາ ມັກຈະເກີດຂຶ້ນ ເພາະສັນຍາ ບໍ່ຖືກຕ້ອງຕາມ ກົດໝາຍ ຫລືເກີດການຈ່າຍໜີ້ ທີ່ບໍ່ຄົບຕາມ ກຳນົດ. ດັ່ງເຈົ້າໜ້າທີ່ ນາງນຶ່ງຈາກ ກະຊວງຍຸຕິທັມ ອະທິບາຍວ່າ:
"ມີເປັນຄະດີກັນ ໃນເມືອງນີ້ແຫລ໋ະ ນອກເມືອງເຂົາບໍ່ ຢືມກັນດອກ ກໍໃນເມືອງ ເຮັດທຸຣະກິດ ໃນປະເທດລາວ ແມ່ຄ້າຊາວຂາຍ ກໍຢູ່ໃນເມືອງ ໃນເມືອງໃຫຍ່ມັນ ຢືມກັນ ສາລະພັດ ບາງທີກໍຢືມໄປ ຫລິ້ນການພະນັນ ເປັນໜີ້ເປັນສີນ".
ນອກຈາກນີ້ແລ້ວ ເຣື້ອງຂອງການ ໄກ່ເກັ່ຍບັນຫາ ການກູ້ຢືມເງິນ ນອກຣະບົບນັ້ນ ນາງໄດ້ເວົ້າວ່າ ໂດຍທົ່ວໄປແລ້ວ ພໍ່ບ້ານຈະເປັນ ຜູ້ໄກ້ເກັ່ຍ ເພາະປະຊາຊົນ ບໍ່ຢາກ ໃຫ້ເຣື້ອງ ໄປເຖິງສານ ເພາະຈະເປັນການ ເສັຍເວລາແລະ ເສັຍເງິນ. ຖ້າຫາກວ່າພໍ່ບ້ານ ບໍ່ສາມາດ ໄກ່ເກັ່ຍໄດ້ ແລະທັງສອງຝ່າຍ ບໍ່ຍິນຍອມ ກໍຕ້ອງແມ່ນສານ ເປັນຜູ້ຕັດສີນ ຄະດີຄວາມ.
ເຖິງຢ່າງໃດກໍຕາມ ສຳລັບບັນຫາ ທີ່ເກີດຂຶ້ນນີ້ ສ່ວນຫລາຍແລ້ວແມ່ນ ສາເຫດມາຈາກ ການໃຊ້ໜີ້ຄືນ ບໍ່ຖືກຕ້ອງຕາມ ກໍານົດ ຫລືຂໍ້ສັນຍາ ບໍ່ຖືກຕ້ອງຕາມ ກົດໝາຍ ແລະ ອີກປະການນຶ່ງ ຄືການຄິດຄ່າ ດອກເບັ້ຍສູງເກີນໄປ ຈົນລູກໜີ້ ບໍ່ສາມາດຈ່າຍ ໜີ້ຄືນໄດ້. ນາງເວົ້າຕໍ່ໄປ ອີກວ່າບາງເທື່ອ ບໍ່ມີສັນຍາ ບາງເທື່ອ ກໍມີສັນຍາ ແຕ່ບໍ່ຖືກຕ້ອງ ກໍເລີຍເກີດບັນຫາ ການບ້ຽວແລະ ບໍ່ຈ່າຍໜີ້ກັນ:
"ກໍຟ້ອງກັນໄປ ເຖິງສານ ເວລາໄປເຖິງສານ ສານກໍອີງໃສ່ ໃຫ້ຄືນ ອີງໃສ່ດອກເບັ້ຍ ຂອງທາງ ທະນະຄານ".
ນາງເວົ້າສລຸບວ່າ ສຳລັບບັນຫາ ເຣື້ອງການກູ້ຢືມ ເງິນທີ່ບໍ່ ຖືກຕ້ອງຕາມ ກົດໝາຍນີ້ ຍັງບໍ່ທັນ ສາມາດແກ້ໄຂ ໃຫ້ຫລຸດຜ່ອນລົງໄດ້ ເພາະປະຊາຊົນ ມີຄວາມຈຳເປັນ ໃຊ້ເງິນ ໃນການ ເຮັດທຸຣະກິດ ຕ່າງໆ.









