ກະສິກອນ ປູກໝາກສາລີ ໃນລາວ ໄດ້ຮັບ ຜົນກະທົບ
2009.02.18
ປັດຈຸບັນຣາຄາ ໝາກສາລີຢູ່ ປະເທດເພື່ອນບ້ານ ຂອງລາວຕົກ ຕ່ຳລົງບໍ່ວ່າຈະແມ່ນຢູ່ ປະເທດຈີນ ວຽດນາມ ແລະໄທ ກໍຕົກຕ່ຳເຊັ່ນກັນ. ໃນເມື່ອຣາຄາ ໝາກສາລີ ຢູ່ປະເທດເພື່ອນບ້ານ ຊຶ່ງເປັນບ່ອນຮັບ ຊື້ສິນຄ້ານັ້ນ ຕົກຕ່ຳແນ່ນອນ ຣາຄາໝາກສາລີ ຢູ່ລາວກໍຕ້ອງ ຕົກຕ່ຳໄປຕາມ. ດັ່ງທ່ານ ເລັກ ບຸນວັດ ຜູ້ຕາງໜ້າອົງການ ສະຫະປະຊາຊາດ ດ້ານຢາເສບຕິດ ແລະອາດສະຍາກັມ ທີ່ນະຄອນຫລວງ ວຽງຈັນກ່າວວ່າ
ໃນເມື່ອຊາວກະສິກອນ ປູກສາລີ ປະເຊີນກັບບັນຫາ ໝາກສາລີຕົກຕ່ຳ ລົງຫລາຍຄືແນວນັ້ນ ອາດເຮັດໄຫ້ພວກ ເຂົາເຈົ້າຫັນໄປ ປູກພຶດອື່ນແທນ ແລະອາດມີບາງກຸ່ມ ຫັນໄປປູກຝິ່ນ ແທນກໍເປັນໄດ້.
ກ່ຽວກັບເລື່ອງນີ້ ໜ່ວຍງານທີ່ກ່ຽວຂ້ອງ ຂອງທາງການລາວ ແມ່ນມີຄວາມຮັບ ຜິດຊອບໃນບັນຫາ ທີ່ຈະເກີດຂື້ນ.
ເວົ້າເຖິງແນວໂນ້ມ ທີ່ປະຊາຊົນ ຈະຫັນໄປປູກພືດຕ່າງໆ ແທນການປູກ ໝາກສາລິນັ້ນ ທ່ານ ເລັກ ບຸນວັດ ໃຫ້ຄວາມເຫັນວ່າ
ແຕ່ເຖິງຢ່າງໃດ ກໍດີໃນສູ່ມື້ນີ້ ກໍມີຫລາຍຝ່າຍ ທີ່ກ່ຽວຂ້ອງພາກັນ ຊອກຊ່ອງທາງແກ້ໄຂ ຊ່ວຍເຫລືອປະຊາຊົນ ທີ່ປູກສາລີ ເປັນອາຊີບ ເພື່ອໃຫ້ໝາກສາລີ ມີຣາຄາດີຂື້ນ ມີການຄວບຄຸມ ພໍ່ຄ້າຄົນກາງ ທີ່ມາຕັດຣາຄາ ທີ່ໜ້າໄຮ່ ໜ້າສວນຮນັ້ນ.
ໃນຂະນະນີ້ ຣາຄາໝາກສາລີ ທີ່ປະຊາຊົນ ຕ້ອງການຂາຍຄື ໝາກສາລີຝັກ ທີ່ເກັບຈາກຕົ້ນ ກິໂລລະ 1,200 ກີບ, ໝາກສາລີບໍ່ມີ ເປືອກກິໂລລະ 1,500ກີບ ແລະໝາກສາລີ ແກະອອກເປັນເມັດແລ້ວ ກິໂລລະ 2,000 ກີບ ໂດຍບໍ່ຈຳກັດ ຄວາມຊຸ່ມ.









