ການລັກລອບ ເຮັດວຽກ ຜິດກົດໝາຍ ໃນລາວ
ກົມແຮງງານລາວ ເອົາຈິງເອົາຈັງ ກັບພວກທີ່ລັກລອບ ເຮັດວຽກ ຜິດກົດໝາຍ ໃນລາວ ເພາະມີຜົນກະທົບ ຕໍ່ບັນຫາວຽກເຮັດ ງານທໍາ ໃນປະເທດ
-
ຈະເຣີນສຸກ
2009-02-24 -
-
-
Your browser doesn’t support HTML5 audio
ບັນຫາ ຄົນຕ່າງດ້າວ ທີ່ລັກລອບ ເຮັດວຽກ ໃນ ສປປລາວ ມີເພີ້ມຂຶ້ນ ຢ່າງຕໍ່ເນື່ອງ, ໂດຍສະເພາະ ປະຊາຊົນ ຈາກປະເທດເພື່ອນບ້ານ, ຮວມທັງ ຈີນ ແລະ ວຽດນາມ, ຊຶ່ງສົ່ງຜົນກະທົບ ຕໍ່ປະຣິມານ ການຈ້າງງານ ພາຍໃນປະເທດ ທີ່ຫລຸດໜ້ອຍ ຖອຍລົງ. ດັ່ງນັ້ນ ທາງການລາວ ຈໍາເປັນຕ້ອງ ດໍາເນີນການ ກ່ຽວກັບ ເຣື້ອງນີ້ ຢ່າງຈິງຈັງ, ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກກົມແຮງງານ ກ່າວໃນຕອນນຶ່ງ ວ່າ:
“ກໍທັງໝົດນັ້ນແຫລະ ທີ່ເຂົ້າມາ ແບບບໍຖືກຕ້ອງ ຕາມກົດໝາຍ ມັນກໍມີທັງໄທ, ຈີນ ແລະ ວຽດນາມ ນັ້ນແຫລະ, ກໍຫາຂໍ້ມູນວ່າ ຂະເຈົ້າ ມາຢ່າງໃດ ຢູ່ຢ່າງໃດ.”
ສໍາລັບ ແຮງງານ ຈາກປະເທດເພື່ອນບ້ານ ທີ່ລັກລອບ ເຂົ້າໄປເຮັດວຽກ ນັ້ນ, ມັກຈະໄປພ້ອມກັບ ບໍຣິສັດ ຕ່າງຊາດ ທີ່ໄດ້ຮັບປະທານ ຈາກຣັຖບານລາວ, ໂດຍສະເພາະ ສັມປະທານ ກະເສດ ເຊັ່ນ ເຮັດໄຮ່, ເປັນແຮງງານ ໃນສວນຢາງ, ແຮງງານ ໃນອຸດສາຫະກັມ ແຜ່ນແພ, ທີ່ຢູ່ກະແຈກກະຈາຍ ໃນທົ່ວປະເທດ. ແຮງງານ ເຫລົ່ານີ້ ເປັນທີ່ຕ້ອງການ ຂອງເຈົ້າຂອງ ກິຈການ ໂຮງງານ ແລະ ອຸດສາຫະກັມ ຕ່າງໆ, ເນື່ອງຈາກວ່າ ເປັນແຮງງານ ທີ່ມີສີມື ແລະ ມີຄວາມອົດທົນ ດີກ່ວາ ແຮງງານລາວ ໂດຍທົ່ວໄປ.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕື່ມວ່າ: ປັດຈຸບັນ ມີຄົນງານລາວ ທີ່ບໍ່ມີວຽກເຮັດງານທໍາ ເຖິງ 1 ແສນຄົນ, ສ່ວນຫລາຍ ເປັນຜູ້ທີ່ມີ ຄວາມຮູ້ໜ້ອຍ ຫລື ບາງຄົນ ມີຄວາມຮູ້ ແຕ່ບໍ່ເໝາະກັບ ຄວາມຕ້ອງການ ຂອງນາຍຈ້າງ. ນອກຈາກນັ້ນ, ສປປລາວ ຍັງຕ້ອງການ ແຮງງານ ທີ່ມີຄວາມຮູ້ສະເພາະ ໃນຫລາຍໆດ້ານ ອີກດ້ວຍ. ເຖິງຢ່າງໃດ ກໍຕາມ, ບັນຫາ ແຮງງານລາວ ສ່ວນໃຫຍ່ ແມ່ນຍັງບໍ່ທັນມີ ສີມື ແລະ ຄວາມຊໍານານ ພຽງພໍ.
ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວເພີ້ມຕື່ມ ວ່າ:
“ຄັນວ່າ ມາບໍຖືກຕ້ອງ ພວກເຮົາ ກໍຢາກໃຫ້ຖືກຕ້ອງ, ເພິ່ນແຕ່ງຕັ້ງ ຄະນະກັມມະການແລ້ວ, ໂຕນີ້ເນາະ ເພື່ອເບິ່ງວາ ຊິເຮັດແນວໃດ, ແຕ່ວ່າ ຍຸທະສາດ ລະອຽດ ຍັງບໍ່ວາງອອກເທື່ອ.”
ເຖິງຢ່າງໃດ ກໍຕາມ, ສໍາລັບ ແຜນການສົ່ງເສີມ ວຽກເຮັດງານທໍາ ໃຫ້ກັບແຮງງານລາວນັ້ນ, ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວວ່າ ມີຫລາຍແຜນການ ທີ່ຈະພະຍາຍາມ ແກ້ໄຂ, ໂດຍສະເພາະ ບັນຫາ ຄົນຕົກງານ ໃຫ້ໄດ້ຫລາຍທີ່ສຸດ. ສະຖິຕິ ແຮງງານ ຣະບຸ ວ່າ ໂຕເລກ ແຮງງານ ທົ່ວປະເທດລາວ ມີທັງໝົດ 2 ລ້ານຄົນ, ໂຕເລກ ການຫວ່າງງານ ມີ 130,000 ຄົນ. ຕາມນະໂຍບາຍ ຂອງກົມແຮງງານແລ້ວ, ທາງກົມ ສົ່ງເສີມ ໃຫ້ປະຊາຊົນ 70 ສ່ວນຮ້ອຍ ໃຫ້ເຮັດວຽກເຮັດງານ ພາຍໃນ ປະເທດ, ທີ່ເຫລືອ 30 ສ່ວນຮ້ອຍ ສົ່ງເສີມ ໃຫ້ເຮັດວຽກ ໃນຕ່າງປະເທດ, ຊຶ່ງເປົ້າໝາຍ ສູງສຸດ ຄື ປະຊາຊົນ ທຸກຄົນ ສາມາດ ມີຣາຍໄດ້ ລ້ຽງຊີບ ຈາກການເຮັດວຽກ.