ແຮງງານລາວ ກັບຈາກໄທ
ແຮງງານລາວ ຜູ້ທີ່ກັບມາຈາກ ເຮັດວຽກແບບ ຜີດກົດຫມາຍ ທີ່ປະເທດໄທ ຮຽກຮ້ອງໃຫ້ເຈົ້າ ຫນ້າທີ່ທ້ອງຖີ່ນ ໃນລາວຢຸດຕິ ການປັບໃຫມ ໃສ່ໂທດຂະເຈົ້າ ເວລາເຂົາກັບບ້ານ.
-
ສິດນີ
2009-04-10 -
-
-
Your browser doesn’t support HTML5 audio
ຊາວນຸ່ມລາວ ຫລາຍຄົນຜູ້ທີ່ ກັບມາຈາກການ ຂາຍແຮງງານຢູ່ ປະເທດໄທ ຖືກປັບໃຫມ ຈາກເຈົ້າຫນ້າທີ່ ທ້ອງຖີ່ນລາວ ໃນແຕ່ລະແຂວງ ແລະອັຕຣາການ ປັບໃຫມກໍ່ ແຕກຕ່າງກັນ ດັ່ງທີ່ ແຂວງຈຳປາສັກ ຈະປັບໃຫມ ຄົນລະ 3 ແສນກີບແລະແຂວງ ອື່ນໆກໍ່ມີການ ປັບໃຫມເຫມືອນກັນ, ເຈົ້າຫນ້າທີ່ລາວ ໃຫ້ເຫດຜົລວ່າ ການປັບໃຫມ ເປັນການຢັບຢັ້ງ ບໍ່ໃຫ້ຊາວນຸ່ມ ລາວລັກລອບໄປ ຂາຍແຮງງານຢູ່ ຕ່າງປະເທດ ທັ້ງໆທີ່ຢູ່ ສປປລາວ ກໍ່ບໍ່ມີວຽກ ເຮັດງານທຳໃຫ້ ແກ່ພວກຂະເຈົ້າ ຢູ່ແລ້ວ.
ທ່ານບຸນມາ ສີດທິໂຊກ ຮອງຫົວຫນ້າກົມ ຄຸມຄອງແຮງງານ ກ່າວວ່າຄົນລາວ ອອກໄປຂາຍແຮງງານ ຢູ່ປະເທດໄທ ຍ້ອນຂະເຈົ້າຕອ້ງການ ວຽກເຮັດງານທຳ ທີ່ມີລາຍ ຮັບດີກວ່າທີ່ ຈະຂາຍແຮງງານ ໃນລາວ ເມື່ອກັບມາບ້ານ ພວກຂະເຈົ້າຊ້ຳ ພັດຖືກສືບສວນ ແລະ ປັບໃຫມມັນບໍ່ ເປັນທັມເລີຍທີ່ ຈະປັບໃຫມໃສ່ ໂທດບຸກຄົນກຸ່ມນີ້.
ທ່ານວ່າ ຫລາຍຄົນກໍ່ສີ້ນ ເນື້ອປະດາຕົວ ຍ້ອນການສໍ້ໂກງ ຂອງເຈົ້າຫນ້າທີ່ ບໍ່ວ່າຈາກນາຍຈ້າງ ເຈົ້າຫນ້າທີ່ໄທ ແລະເຈົ້າຫນ້າທີ່ລາວ ຣັຖບານຄວນ ພຍາຍາມແກ້ໃຂ ສາເຫດ ຕົ້ນຕໍຂອງ ບັນຫາຄືນື່ງ ຕ້ອງສ້າງວຽກເຮັດ ງານທຳໃຫ້ແກ່ ພວກຂະເຈົ້າໃນ ລາວ ແທນທີ່ມີແຕ່ ບອກພວກເຂົາໃຫ້ ຢູ່ລາວ ໂດຍທີ່ບໍມີ ວຽກເຮັດງານທຳ, ແຮງງານກຸ່ມ ດັ່ງກ່າວເປັນຜູ້ ສ້າງເສຖກິດໃຫ້ ແກ່ຣັຖບານລາວ ນຳອີກດ້ວຍການ ສົ່ງເງີນກັບບ້ານ ເມື່ອເວລາຂະເຈົ້າ ທຳງານຢູ່ປະເທດໄທ.
ຍ້ອນເຫດວິກິດ ທາງດ້ານການເງີນ ຂອງໂລກແລະໃນໄທ, ວ່າງສອງສາມເດືອນ ທີ່ຜ່ານມາ ມີແຮງງານລາວ ທີ່ຖືກໃຫ້ອອກ ການຈາກປະເທດໄທ ກັບບ້ານເຖີງ 12 ພັນຄົນ ຄາດວ່າຈະມີ ແຮງງານລາວກວ່າ 60 ພັນຄົນ ກັບບ້ານຕື່ມອີກ ໃນອານາຄົດ.