ຜົນກະທົບ ແລະ ບັນຫາ ການໃຊ້ ແຮງງານ ຂອງເດັກ
2009.03.03
ປັດຈຸບັນ ໃນສປປລາວ ມີໜ່ວຍງານ ທັງພາກຣັຖ ແລະ ເອກຊົນ ເພື່ອຊ່ອຍແກ້ໄຂ ບັນຫາ ການໃຊ້ແຮງງານເດັກ ໃນຫລາຍໆດ້ານ, ແຕ່ບັນຫາ ດັ່ງກ່າວນັ້ນ ຍັງປະກົດຢູ່ ໃນສັງຄົມ. ນອກຈາກນັ້ນ ບັນຫາ ຂອງເດັກ ຍິ່ງ ທະວີເພີ້ມຂຶ້ນ ທຸກໆມື້, ຊຶ່ງເດັກເຫລົ່ານັ້ນ ຈະໄປຂໍ ຄໍາປຶກສາ ຈາກອົງການ ຊ່ອຍເຫລືອຕ່າງໆ.
ເຈົ້າໜ້າທີ່ ອົງການຊ່ອຍເຫລືອເດັກ ຈາກພາກ ເອກຊົນ ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ:
“ບັນຄວາມຈິງແລ້ວ, ຈະມີຫລາຍໆຢ່າງ ບັນຫາ ທີ່ວ່າ ເດັກທີ່ວ່າ ເຂົ້າມາຂໍຄໍາປຶກສາ ມີຫລາຍໆຢ່າງ ເພາະພວກເຮົາ ຍັງ ສນັບສນູນ ຕ່າງຊາດ ເຮັດເປັນ ສູນກາງ ເພື່ອໃຫ້ຄໍາປຶກສາເດັກ ທີ່ໄດ້ຣັບຜົນກະທົບ ໂຕນີ້ນໍາ.”
ທ່ານ ກ່າວຕື່ມວ່າ ສໍາລັບ ເດັກທີ່ໄປຂໍ ຄໍາປຶກສາ ຈາກອົງການ ດັ່ງກ່າວ, ຍັງມີຈໍານວນນຶ່ງ ທີ່ປະຕິບັດຕາມ ເຈົ້າໜ້າທີ່ ທີ່ແນະນໍາ, ໃນຂະນະທີ່ ມີອີກ ຈໍານວນນຶ່ງ ທີ່ບໍ່ປະຕິບັດຕາມ, ເນື່ອງຈາກວ່າ ເດັກເຫລົ່ານັ້ນ ຍັງຄິດວ່າ ຄວາມຄິດ ຂອງໂຕເອງນັ້ນ ເປັນສິງທີ່ຖືກຕ້ອງ ຫລາຍກ່ວາ ສິ່ງທີ່ເຈົ້າໜ້າທີ່ ແນະນໍາ ຫລື ເຊື່ອໃນສິ່ງທີ່ ພໍ່ແມ່ ບອກໃຫ້ເຮັດຕາມ.
ເຖິງແມ່ນວ່າ ຈະມີການໃຫ້ ຄວາມຊອ່ຍເຫລືອ ຕ່າງໆ ກໍຕາມ, ແຕ່ກໍຍັງມີເດັກນ້ອຍ ທີ່ຖືກຫລອກ ຢ່າງຫລວງຫລາຍຢູ່, ຊຶ່ງສາເຫດຫລັກ, ເດັກນ້ອຍເຫລົ່ານັ້ນ ມາຈາກ ຄອບຄົວ ທີ່ບໍ່ມີຄວາມຮູ້ ແລະ ເດັກເອງ ກໍບໍ່ມີຄວາມຮູ້ ເຊັ່ນດຽວກັນ. ສ່ວນຈໍານວນ ເດັກນ້ອຍ ມີບັນຫານັ້ນ, ເຈົ້າໜ້າທີ່ ເປີດເຜີຍ ວ່າ:
“ບັນຫາໂຕນີ້ ເປັນບັນຫາ ທີ່ຄ່ອນຂ້າງ ຈະຫລໍ່ແຫລມ, ເວລາໄປເກັບກໍາ ຂໍ້ມູນ ຄອ່ນຂ້າງຈະຍາກ ເຮົາຈະຮູ້ຈັກວ່າ ຂະເຈົ້າ ຖືກຫລອກ ຫລື ບໍ່ຖືກຫລອກ ຫລືວ່າ ຢ່າງໃດ, ຊຶ່ງພວກເຮົາ ຈະບໍ່ມີໂຕເລກ ທີ່ແນ່ນອນ ແຕ່ມີການຄາດຄະເນໄວ້ ວ່າ ປະມານຫລັກແສນ.”
ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ໄດ້ກ່າວສລຸບວ່າ ໃນແຕ່ລະມື້ ຈະມີເດັກນ້ອຍ ມາຈາກເຂດ ຊົນນະບົດ ເຂົ້າໄປຫາວຽກເຮັດງານທໍາ ໃນໂຕເມືອງໃຫຍ່ ຢ່າງຫລວງຫລາຍ, ເນື່ອງຈາກວ່າ ເດັກເຫລົ່ານັ້ນ ຕ້ອງການ ຢູ່ໃນເມືອງ ທີ່ມີການພັທນາ ແລະ ຕ້ອງການເຮັດວຽກ ເພື່ອຫາເງິນ ຊື້ສິ່ງຂອງ ທີ່ຕ້ອງການ. ແຕ່ວ່າ ເດັກນ້ອຍ ເຫລົ່ານັ້ນ ບໍ່ມີຄວາມຮູ້ ແລະ ບໍ່ທັນ ເລ່ລ່ຽມ ຂອງກຸ່ມນາຍຈ້າງແຮງງານ ຊຶ່ງກໍ່ໃຫ້ ເກີດບັນຫາ ຢູ່ໃນທຸກມື້ນີ້.









