ຍິງສາວ ເຮັດວຽກ ຕາມສະຖານບັນເທີງ ເກີດມີ ການຄ້າປະເວນີ ແອບແຝງ
2009.02.18
ການລັກລອບ ຄ້າຂາຍປະເວນີ ສ່ວນຫລາຍ ແລ້ວ ຈະປະກົດຂຶ້ນ ຢູ່ໃນຮ້ານອາຫານ ຕ່າງໆ, ຊຶ່ງຍິງສາວ ສ່ວນຫລາຍ ທີ່ໃຫ້ບໍຣິການນັ້ນ ຈະມາຈາກ ເຂດຊົນນະບົດ, ເນື່ອງຈາກວ່າ ຄອບຄົວ ຢູ່ໃນຖານະ ທຸກຍາກລໍາບາກ. ເຈົ້າໜ້າທີ່ ຈາກ ສະຫະພັນ ແມ່ຍິງລາວ ແຂວງຫລວງນໍ້າທາ ເປີດເຜີຍ ວ່າ:
“ການຄ້າປະເວນີ ກໍຮູ້ເນາະ ເພາະວ່າ ມັນກໍເຣື້ອງຄວາມທຸກຍາກ ຂອງປະຊາຊົນເຮົາ ຈໍານວນນຶ່ງ, ຈະເປັນທາງການ ມັນກໍບໍ່ແມ່ນ, ມັນຈະແອບແຝງ ໃນເຣືອງ ຂອງການຢູ່ຕາມຮ້ານ ບັນເທີງບໍ່, ຫລືວ່າ ຮ້ານອາຫານບໍ່, ມີລັກສະນະ ຄ່ອນຂ້າງ ເປັນສ່ວນໂຕ.”
ຍານາງ ກ່າວຕໍ່ໄປອີກວ່າ: ຖ້າຫາກ ມີການຈັບກຸມ ຍິງສາວ ທີ່ລັກລອບ ຄ້າປະເວນີ, ພວກຂະເຈົ້າ ຈະຖືກກັກຂັງ ເນື່ອງຈາກວ່າ ການກະທໍາດັ່ງກ່າວ ຜິດກົດໝາຍ ໃນສປປລາວ. ດັ່ງນັ້ນ, ທາງສະຫະພັນ ແມ່ຍິງ ຈໍາເປັນຕ້ອງ ຊ່ອຍຫາ ອາຊີບ ທີ່ສຸດຈະຣິດ ໃຫ້ກຸ່ມແມ່ຍິງເຫລົ່ານັ້ນ ຫລືວ່າ ສອນວິຊາອາຊີບຕ່າງໆ ເພື່ອໃຫ້ກຸ່ມຍິງສາວ ເຫລົ່ານັ້ນ ມີວຽກເຮັດງານທໍາ.
ເຖິງແມ່ນວ່າ ຈະມີແມ່ຍິງ ຈໍານວນນຶ່ງ ຈາກເຂດຊົນນະບົດ ທີ່ຕ້ອງການ ເຂົ້າໄປເຮັດວຽກ ໃນໂຕເມືອງໃຫຍ່ກໍຕາມ, ເຣື້ອງຄວາມຮູ້ນັ້ນ ເປັນປັດໃຈສໍາຄັນ ຂອງແມ່ຍິງເຫລົ່ານັ້ນ, ຊຶ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ໄດ້ກ່າວເຖິງບັນຫາ ໃນເຣື້ອງນີ້ ວ່າ:
“ໃນເຣື້ອງ ຂອງການໄປ-ມາ, ການຊອກຫາ ອາຊີບ ເພາະວ່າ ໃນສັງຄົມ ປັດຈຸບັນ ມັນກໍຕ້ອງການ ຜູ້ທີ່ມີຣະດັບ ຄວາມຮູ້ ມີຄວາມສາມາດ ທີ່ວ່າ ທັນຍຸກ ທັນສມັຍ ແມ່ຍິງ ທີ່ຢູ່ຊົນນະບົດ ຖ້າຈະເວົ້າເຖິງ ກ່ຽວກັບ ການເຮັດອື່ນໆ ມັນກໍຄ່ອນຂ້າງຍາກ ຣະດັບການສຶກສາ ກໍຕໍ່າ.”
ຍານາງ ກ່າວໃນຕອນທ້າຍ ວ່າ ທາງສະຫະພັນ ແມ່ຍິງລາວ ໄດ້ຮັບງົບປະມານ ຈາກ ຣັຖບານລາວ ແລະ ຈາກພາກສ່ວນ ເອກຊົນ, ຊຶ່ງງົປມານ ທີ່ມີຢູ່ນັ້ນ ຍັງບໍ່ສາມາດ ຊ່ອຍເຫລືອ ຫລື ແກ້ໄຂບັນຫາ ທີ່ເກີດຂຶ້ນ ໃຫ້ໝົດໄປໄດ້. ນອກຈາກນັ້ນ, ບັນຫາ ທີ່ເກີດຂຶ້ນ ກັບແມ່ຍິງລາວ ໃນແຂວງຫລວງນໍ້າທານັ້ນ ຄ່ອນຂ້າງ ໜັກໜ່ວງ ຊຶ່ງວຽກງານ ທີ່ປະຕິບັດ ຢູ່ນີ້ ກໍສາມາດ ຊ່ອຍເຫລືອ ໄດ້ສ່ວນໃດ ສ່ວນນຶ່ງ ເທົ່ານັ້ນ.









