ໜຸ່ມລາວສຳຣວດ ກຸ່ມທີ່ສ່ຽງຕໍ່ການ ຖືກຫລອກ ໃຊ້ ແຮງງານ

ສູນກາງຊາວໜຸ່ມລາວ ທຳການສຳຣວດ ກຸ່ມທີ່ມີການສ່ຽງ ຕໍ່ການຖືກຫລອກໃຊ້ແຮງງານ ເພື່ອຫາທາງແກ້ໄຂ
ໂພໄຊສວັດ
2009.03.04

ໃນປັດຈຸບັນນີ້ ສປປລາວ ມີບັນຫາໃນ ເຣື້ອງຂອງກຸ່ມວັຍ ໜຸ່ມສາວ ທີ່ມີໂອກາດ ທີ່ຈະຖືກຫລອກ ໄປໃຊ້ແຮງງານ ຊຶ່ງກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຜູ້ ນຶ່ງໄດ້ເປີດເຜີຍ ເຖິງການສຳຣວດກຸ່ມດັ່ງກ່າວວ່າ:

ສ່ວນໃຫຍ່ ຈະເປັນວັຍໜຸ່ມ ອາຍຸແຕ່ 18 ປີ ຂື້ນໄປຮອດ 35 ໃນກຸ່ມອາຍຸຂອງເຮົາ ແລະ ຫລັງຈາກ ພວກເຮົາຮູ້ຄວາມ ສ່ຽງແລ້ວ ພວກເຮົາ ກໍມາສຶກສາຂໍ້ມູນ ຂະເຈົ້າແລ້ວວ່າ ເຮົາຈະເອົາອາຊີບ ຫຍັງ ເຂົ້າມາຫາ ຂະເຈົ້າ ເປັນຈຸດວິທີ ແກ້ໄຂ ຂອງພວກເຮົາ.

ນອກຈາກນີ້ແລ້ວ ຍານາງ ຍັງໄດ້ ເວົ້າຕໍ່ໄປ ອີກວ່າ ຈາກສະຖິຕິ ທີ່ໄດ້ ທຳການສຳຣວດ ໃນກຸ່ມ ທີ່ມີການສ່ຽງ  ຊິ່ງທີ່ໜ້າ ເປັນຫ່ວງ ແລະ ມີບັນຫາ ຫລາຍທີ່ສຸດ ຄືການມີ ການສຶກສາຕໍ່າ ໂດຍສ່ວຍໃຫຍ່ແລ້ວ ຫລັງຈາກທີ່ຮຽນຊັ້ນ ປະຖົມແລ້ວ ກຸ່ມສ່ຽງເລົ່ານີ້ ກໍຈະບໍ່ຮຽນ ໜັງສືຕໍ່ ຊຶ່ງບາງກຸ່ມ ອາດຈະເຮັດການ ໃຫ້ກັບຄອບຄົວ ແລະ ບາງກຸ່ມກໍຈ ະເປັນຄົນຫວ່າງງານ.

ເຖິງຢ່າງໃດ ກໍຕາມ ສູນກາງຊາວໜຸ່ມ ຈະທຳການວິ ເຄາະແລະສຶກສາ ບັນຫາດັ່ງກ່າວ ຮວມໄປເຖິງການແກ້ ບັນຫາ ຂອງກຸ່ມສ່ຽງນີ້ ດັ່ງຍານາງໄດ້ເວົ້າ ເຖິງເຣື້ອງນີ້ວ່າ

ຢູ່ໃນກຸ່ມວັຍ ໜຸ່ມນີ້ ດຽວນີ້ພວກເຮົາ ກຳລັງສຶກສາ ຂໍ້ມູນ ຮວບຮວມຂໍ້ມູນ ວັຍໜຸ່ມນີ້ ວ່າມີຄວາມສ່ຽງ ໃນດ້ານໃດແທ້ ແລະຢູ່ໃນໂຄງການ ຂອງພວກເຮົານີ້ ມີທັງໝົດ 21 ບ້ານ.

ຍານາງ ໄດ້ເວົ້າສະລຸບວ່າ ຈາກການສຳຣວດ ພົບວ່າ ລະດັບການ ສຶກສາຕໍ່າ ບໍ່ມີຄວາມຮູ້ ພຽງພໍ ຈຶ່ງບໍ່ສາມາດ ພັດທະນາ ໂຕເອງ ແລະ ຄອບຄົວໄດ້ ຈຶ່ງຕົກຢູ່ໃນ ກຸ່ມ ສ່ຽງ ໃນການ ທີ່ຈະຖືກຫລອກ ໄປໃຊ້ ແຮງງານ ໄດ້ໂດຍງ່າຍ ໂດຍສະເພາະໃນ ຮູບແບບ ທີ່ຜິດກົດໝາຍ ຈຶ່ງສົ່ງຜົນໃຫ້ ເປັນບັນຫາ ກັບສັງຄົມຕໍ່ໆ ໄປຢ່າງບໍ່ ສິ້ນສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.