ຄ່າແຮງງານ ຂອງຄົນທ້ອງຖິ່ນ ທີ່ແຂວງຫລວງນໍ້າທາ
2010.02.10
ປະຊາຊົນ ແຂວງ ຫລວງນ້ຳທາ ທີ່ທຸກຍາກ ຮວມທັງ ຜູ້ທີ່ບໍ່ໄດ້ ຮຽນໜັງສື ພາກັນໄປຂາຍ ຜົນຜລິດກະສິກັມ ແລະ ໄປຊອກຫາ ເຮັດວຽກງານ ຕ່າງໆ ຢູ່ເຂດ ເສຖກິດພິເສດ ຂອງຈີນ ທີ່ເມືອງ ບໍ່ເຕັນ ຊຶ່ງມີທັງເປັນ ກັມມະກອນ ກໍ່ສ້າງ ແບກຫາບ ເປັນຄົນ ທຳຄວາມສະອາດ ໃນໂຮງແຮມ ຂອງຈີນ ໂດຍໄດ້ຮັບ ຄ່າແຮງງານ ພຽງໜ້ອຍດຽວ. ກ່ຽວກັບເຣື້ອງນີ້ ນາງ ແກ້ວຄຳ ອຸດົມວິໄລພອນ ປະຊາຊົນ ເມືອງນາໝໍ້ ເວົ້າວ່າ:
"ເຂດເສຖກິດພິເສດ ສ່ວນຫລາຍ ປະຊາຊົນ ຢູ່ຫັ້ນເປັນ ຊົນເຜົ່າ ສະນັ້ນ ຊີວິດການເປັນຢູ່ ເຂົາກໍປູກຜັກ ປູກໝີ່ ແລ້ວເຂົາກໍຕ້ອງ ສົ່ງເຂົ້າ ຮ້ານອາຫານ ສົ່ງເຂົ້າໂຮງແຮມ ແລ້ວກໍນອກຈາກນັ້ນ ກໍມີຊົນເຜົ່າ ຈຳນວນນຶ່ງ ທີ່ເຂົາກໍ ຈະຝຶກເຂົ້າ ໃນການຮັບໃຊ້ ຢູ່ໂຮງແຮມ ແຕ່ວ່າມີ ຈຳນວນນຶ່ງ ເຂົາຊອກຫາ ອາຊີບງ່າຍໆ ຊອກເກັບແກ້ວບໍ ຫລືເປັນລູກຈ້າງ ແບກຫາມ ຈັ່ງຊີ້ອະນະ".
ໃນຂນະນີ້ ເຂດເສຖກິດ ພິເສດ ກຳລັງມີການ ຂຍາຍຕົວ ມີວຽກງານ ຮອງຮັບ ຫລາຍກວ່າຢູ່ໃນ ຕົວເມືອງຕ່າງໆ ຂອງແຂວງ ຫລວງນ້ຳທາ ຫລືຢູ່ແຂວງອື່ນໆ ໃນພາກເໜືອ ຂອງລາວ. ເຂດເສຖກິດ ພິເສດ ຂອງຈີນ ປະກອບດ້ວຍ ໂຮງແຮມ ຄາສິໂນ ຫລິ້ນການພະນັນ ບ້ານພັກ ຮ້ານຄ້າ ຕລາດສົດ. ຜູ້ຄົນຢູ່ໃນເຂດ ດັ່ງກ່າວ ເປັນຄົນຈີນ 97% ການຕິດຕໍ່ ສື່ສານກັນ ໃນນັ້ນ ໃຊ້ພາສາຈີນ ມີການ ດຳຣົງຊີວິດ ແບບວັທນະທັມ ຈີນ. ຄົນງານ ທີ່ເຮັດວຽກ ຢູ່ໃນ ຄາສິໂນ ບໍ່ເຕັນ ແລະເຈົ້າຂອງ ທຸຣະກິດຕ່າງໆ ເກືອບວ່າທັງໝົດ ເປັນຄົນຈີນ ທີ່ມາຈາກແຂວງ ຍູນນ່ານ.









