ຣົຖຕູ້ຮັບສົ່ງຄົນງານລາວ ໃນບາງກອກ

ຄົນຂັບຣົຖຕູ້ ຮັບຈ້າງ ໃນບາງກອກ ບອກກັບ ນັກຂ່າວວ່າ ມັນບໍ່ຍາກ ຫາກຈະຊອກ ຫາຈ້າງຄົນງານ ທີ່ມາຈາກລາວ ພຽງແຕ່ບອກວ່າ ຕ້ອງການຈັກຄົນ ແລະຕົກລົງ ຣາຄາກັນ.
ສົມເນ
2010.08.25

ກ່ຽວກັບເຣື້ອງນີ້ ນັກຂ່າວໄດ້ ໄປສໍາພາດ ດ້ວຍຕົນເອງ ຢູ່ທີ່ ບໍຣິເວນ ຈອດຣົຖຕູ້ ຢູ່ເຂດ ສຸດທິສານ ໃກ້ໆກັບ ສະຖານທູດລາວ ໃນບາງກອກ.

ພວກຄົນຂັບຣົຖຕູ້ ໃນບ່ອນນີ້ ເປັນທີ່ຮູ້ ກັນດີວ່າ ເປັນບ່ອນຈອດຣົຖ ຮັບ-ສົ່ງ ຄົນງານລາວ ທັງຜິດກົດໝາຍ ແລະຖືກກົດໝາຍ ທີ່ມາຈາກ ແຂວງພາກໃຕ້ ຂອງລາວເຊັ່ນ ສວັນນະເຂດ ຄໍາມ່ວນ ຈໍາປາສັກ ສາຣະວັນ ເຊກອງ ແລະອັດຕະປື. ເຊັ່ນດຽວກັນ ຄົນງານລາວ ທີ່ຈະກັບຄືນບ້ານ ກໍມາໃຊ້ ບໍຣິການຣົຖຕູ້ ຢູ່ສະຖານທີ່ ແຫ່ງນີ້ ເປັນປະຈໍາ.

ຄົນຂັບຣົຖຕູ້ ຈໍາພວກນີ້ ນອກຈາກຮັບຈ້າງ ຂັບຣົຖແລ້ວ ຍັງຫາລາຍໄດ້ ພິເສດ ໂດຍອາໄສ ຄວາມລື້ງເຄີຽ ກັບນາຍໜ້າ ຄົນງານລາວ ທີ່ເປັນຄົນລາວ ເພື່ອຈັດສົ່ງ ຄົນງານ ໄປໃຫ້ບໍຣິສັດ ຫລືບ້ານເຮືອນ ທີ່ຕ້ອງການ ຈ້າງຄົນງານລາວ.

ກຸ່ມຄົນຂັບຣົຖຕູ້ ຈໍາພວກນີ້ ຈົດທະບຽນ ການແລ່ນຣົຖ ໂດຍສານ ຢ່າງຖືກຕ້ອງ ຄືກັນກັບ ທຸຣະກິດຂົນສົ່ງ ຜູ້ໂດຍສານອື່ນໆ ໂດຍມາກແລ້ວ ສາມາດຫລົບຫລີກ ເຈົ້າໜ້າທີ່ ຕໍາຣວດໄດ້.

ນີ້ຄືຮູບການນື່ງ ຂອງການຄ້າ ແຮງງານທີ່ ມາຈາກແຂວງ ພາກໃຕ້ຂອງລາວ. ດັ່ງທີ່ເປັນຂ່າວ ຢູ່ເລື້ອຍໆວ່າ ຜູ້ທີ່ໂຊກຮ້າຍ ກໍຖືກຈັບສົ່ງ ຄືນປະເທດ ຜູ້ໃດໂຊກດີ    ກໍລອດໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.