ຄົນງານຜິດກົດຫມາຍ ຈາກຈີນ ແລະວຽດນາມ ໃນແຂວງ ບໍຣິຄຳໄຊ

ໃນການກວດກາແຮງງານ ຕ່າງດ້າວທີ່ແຂວງ ບໍຣິຄຳໄຊ ທາງການໄດ້ພົບເຫັນ ຄົນງານ ທີ່ຜິດກົດຫມາຍ ຈາກຈີນ ແລະວຽດນາມ ກ່ວານື່ງຮ້ອຍຄົນ.
ສິດນີ
2009.09.25

ທາງການ ແຂວງບໍຣິຄຳໄຊ ໄດ້ເລີ້ມກວດກາ ການອອກແຮງງານ ໃນສອງສາມວັນ ທີ່ຜ່ານມາ ແລະ ກໍ່ໄດ້ພົບວ່າ ຄົນງານຜີດກົດຫມາຍ ຈາກຈີນແລະວຽດນາມ  ກວ່ານື່ງຮ້ອຍຄົນ ທີ່ລັກລອບເຂົ້າມາ ເຮັດວຽກ ແລະ ເຮັດທຸຣະກິດ ພາຍໃນແຂວງ, ໂດຍທີ່ບໍ່ໄດ້ ຂື້ນທະບຽນ ໃຫ້ຖືກຕ້ອງ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງເວົ້າວ່າ:

"ກໍເລື້ອງແຮງງານ ເຂົ້າມາເຮັດວຽກ ບໍ່ຖືກຕ້ອງ ເລີ້ມແລ້ວດຽວນີ້ ເລີ້ມໄດ້ປະມານ ສອງສາມມື້ ແລ້ວເຈີ້ຫລາຍ ມີເປັນຮ້ອຍວຽດຈີນ."

ທ່ານກ່າວຕໍ່ໄປວ່າ ສຳລັບການກວດກາ ຄັ້ງນີ້ຖືວ່າ ເປັນການເກັບກຳ ຂໍ້ມູນໃນເຣື້ອງ ຂອງແຮງງານຕ່າງດ້າວ ທີ່ຜິດກົດຫມາຍ ເພາະທີ່ຜ່ານມາ ບໍ່ມີການກວດກາ ຢ່າງຈີງຈັງ ເຮັດໃຫ້ເກີດບັນຫາ, ໃນເຣື້ອງແຮງງານ ຕ່າງດ້າວ ທີ່ເຂົ້ມາຍາດ ວຽກເຮັດງານທຳ ຂອງຄົນລາວ, ໃນໂຄງການແລະ ໃນທຸຣະກິດ ປະເພດຕ່າງໆ ທ່ານກ່າວເພີ້ມອີກວ່າ:

"ຈີນເຂົ້າມາເຮັດ ທຸຣະກິດ ອອກແຮງງານ ວຽດນາມ ອອກແຮງງານ ມາທ່ອງທ່ຽວ ໄທກໍ່ມາອອກ ແຮງງານ ຕາມໂຄງການຕ່າງໆ ຂອງໄທ, ບາງເທື່ອຂະເຈົ້າ ກໍ່ເຂົ້າມາໃນນາມ ບໍຣິສັດເອົາມາ ແລະບາງພາກສ່ວນ ກໍ່ບໍ່ໄປຂື້ນບັດ ອະນຸຍາດເຮັດວຽກ ເຂົ້າມາແລ້ວລັກ ເຮັດວຽກເລີຍ."

ເຈົ້າຫນ້າທີ່ທ່ານນັ້ນ ກ່າວມ້ວນທ້າຍວ່າ ສຳລັບ ແຮງງານຕ່າງດ້າວ ຜູ້ທີ່ຖືກກວດພົບວ່າ ຜິດກົດຫມາຍນັ້ນ ທາງການກໍ່ບອກໃຫ້ຂະເຈົ້າໄປ ຂໍຫນັງສື ອະນຸຍາດ ໃຫ້ຖືກຕ້ອງຕາມ ຣະບຽບກົດຫມາຍ ແຮງງານລາວ.

ໃນຄັ້ງທຳອິດ ທີ່ຖືກຈັບໄດ້ ຈະບໍ່ມີການ ດຳເນີນຄະດີ ຂະເຈົ້າເທື່ອ ເປັນພຽງການ ຕັກເຕືອນຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.