ເດັກນ້ອຍຍັງຂ້າມ ຊາຍແດນໄປຈີນ

ຍັງມີເດັກນ້ອຍ ຈໍານວນນື່ງ ຕັ້ງແຕ່ອາຍຸ 14-15 ປີ ຈາກແຂວງ ຫລວງນໍ້າທາ ຂ້າມຊາຍແດນ ໄປປະເທດຈີນ ແບບຜິດກົດໝາຍ ເພື່ອໄປຫາ ເຮັດວຽກ.
ສົມເນ
2010.08.12

ເດັກນ້ອຍ ຈໍາພວກນີ້ ເຂົ້າໄປ ໃນປະເທດຈີນ ໄດ້ຍ້ອນມີ ຄົນຈີນ ທີ່ອາໄສ ຢູ່ໃນເມືອງ ຫລວງນໍ້າທາ ທີ່ຮູ້ຈັກກັນ ຊັກຊວນໄປ. ເມື່ອຖືກຈັບແລ້ວ ທາງການຈີນ ກໍສົ່ງຕົວຄືນ ແລະຝ່າຍລາວ ກໍມີແຕ່ ອົບຮົມເຂົາເຈົ້າ ເຖິງໄພອັນຕະຣາຍ ໃນການລັກເຂົ້າ ປະເທດ ແບບຜິດກົດໝາຍ:

"ຫລວງນໍ້າທາ ໄປຈີນ ສ່ວນຫລາຍ ກໍແບບ ລັກສນະວ່າ ເຂົາເຈົ້າໄປ ອອກແຮງງານ ເຂົ້າເມືອງຜິດ ກົດໝາຍ ອາຍຸນີ້ກໍ ຄາດການບໍ່ໄດ້ ອາຍຸກໍຢູ່ 14-15 ປີຫລືວ່າ 20 ປີຂື້ນເມືອ. ສ່ວນຫລາຍ ກໍສີ່ເປັນ ຜູ້ຍິງຫລື ຜູ້ຊາຍ ມັນກໍລວມໆກັນ".

ການລັກລອບ ເຂົ້າປະເທດ ຈະວ່າ ຈີນ ລັກເຂົ້າມາ ຫາຢູ່ຫາກິນ ໃນລາວ ຫລືລາວ ລັກເຂົ້າໄປ ຫາເຮັດວຽກ ໃນປະເທດຈີນ ທາງການລາວ ຮັບຮູ້ວ່າ ເປັນບັນຫາ ທີ່ແກ້ບໍ່ຕົກ ຈັກເທື່ອ ແຕ່ທາງການ ສອງຝ່າຍ ກໍພຍາຍາມ ປະຕິບັດ ຕາມທີ່ ປະຕິບັດໄດ້:

"ທາງຈີນ ກໍຖືວ່າ ຄັນເປັນຄົນລາວ ເຂົ້າເມືອງ ຜິດກົດໝາຍ ເຂົ້າໄປຈີນ ທາງຈີນ ກໍກວດກາ ຖືວ່າບໍໍ່ມີ ເອກກະສານ ເຂົາເຈົ້າກໍສົ່ງ ເປັນທາງການ ມອບໃຫ້ເຈົ້າ ໜ້າທີ່ລາວ ເຈົ້າໜ້າທີ່ລາວ ກໍເອີ້ນ ຜູ້ປົກຄອງ ຫລືວ່າເອີ້ນ ເຂດໃດເມືອງໃດ ຖືວ່າເອີ້ນ ເຂົາເຈົ້າມາມອບ ມາຮັບ".

ຊາວລາວ ທີ່ຂ້າມໄປ ຫາເຮັດວຽກ ຢູ່ຕາມຫົວເມືອງ ເຂດຊາຍແດນ ຈີນນັ້ນ ໂດຍມາກແມ່ນ ໄປຈາກເມືອງລອງ ເມືອງສິງ ຊື່ງເປັນເມືອງ ຊາຍແດນຂອງລາວ. ບໍ່ທັນມີ ສະຖິຕິ ທີ່ແນ່ນອນວ່າ ມີຊາວລາວ ຂ້າມໄປເຮັດວຽກ ໃນເຂດພາກໃຕ້ ຂອງປະເທດຈີນ ຫລາຍປານໃດ ແຕ່ກໍມີ ຂ່າວວ່າ ຜູ້ຍິງລາວ ທີ່ຂ້າມໄປນັ້ນ ຈໍານວນນື່ງ ຫາຍສາບສູນ ໄປກໍມີ ຍ້ອນຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.