ເງິນກູ້ສ້າງເຂື່ອນເຊປ່ຽນ ເຊນໍ້າໜ້ອຍ

ທະນາຄານ ພັທນາເອເຊັຍ ອາດຈະ ພິຈາຣະນາ ກ່ຽວກັບ ເຂື່ອນ ທີ່ມີການ ຂັດແຍ່ງ ກັນນັ້ນ
ຈໍາປາທອງ
2012.10.29

ທະນາຄານ ພັທນາເອເຊັຍ ອາດຈະ ພິຈາຣະນາ ເຣື່ອງການ ໃຫ້ທຶນແກ່ ໂຄງການເຂື່ອນ ໄຟຟ້າ ຂນາດ 400 MW ຢູ່ປະເທດລາວ ທີ່ຍັງມີການ ຂັດແຍ່ງກັນ ຢູ່ນີ້. ໂຄງການດັ່ງກ່າວ ສາມາດເຮັດໃຫ້ ເກີດຜົນກະທົບ ທີ່ບໍ່ປະສົງ ຢູ່ແມ່ນໍ້າຂອງ ໃນເຂດ ປະເທດກໍາພູຊາ ທີ່ຢູ່ທາງໃຕ້ ເຂື່ອນນັ້ນ.

ອົງການປົກປ້ອງ ແມ່ນໍ້າສາກົນ ຕ້ອງການ ໃຫ້ຣັຖບານລາວ ເລີກລົ້ມ ໂຄງການສ້າງເຂື່ອນ ໄຟ້ຟ້າ ເຊປຽນ-ເຊນໍ້ານ້ອຍ ທີ່ມີມູນຄ່າເຖິງ 1 ຕື້ ໂດລາ ສະຫະຣັດ ຍ້ອນວ່າ ບໍຣິສັດ ທີ່ຈະກໍ່ສ້າງເຂື່ອນ ນັ້ນ ບໍ່ເຜີຍແພ່ ໃຫ້ມວນຊົນຮູ້ ກ່ຽວກັບການ ປະເມີນເຖິງ ຜົນກະທົບ ທີ່ອາດຈະເກີດຂຶ້ນ ແລະແຜນການ ໂຍກຍ້າຍ ປະຊາຊົນ ໄປຢູ່ບ່ອນໃຫມ່ ອັນເປັນການ ຣະເມີດ ກົດໝາຍ ຂອງລາວ.

ນາງ Christine Genalin Uy ນັກຊ່ຽວຊານ ດ້ານການລົງທຶນ ຂອງທະນາຄານ ພັທນາເອເຊັຍ ຫລື ADB ຜແນກດໍາເນີນງານ ພາກເອກກະຊົນ ເວົ້າ ເມື່ອວັນພຣະຫັດ ຜ່ານມາວ່າ ທາງທະນາຄານ ເຫັນວ່າ ຄໍາຮ້ອງ ຂໍທຶນກໍ່ສ້າງ ສໍາລັບໂຄງການ ສ້າງເຂື່ອນໄຟ້ຟ້າ ເຊປຽນ-ເຊນໍ້ານ້ອຍ ນັ້ນເປັນໄປຕາມ ເງື່ອນໄຂທີ່ທາງ ທະນາຄານ ຕ້ອງການ.

ນາງວ່າ ຜົນຂອງການສຶກສາ ແລະມາຕການ ບັນເທົາຜົນກະທົບ  ແລະ ການບໍຣິຫານ ທີ່ພຽງພໍ ຊຶ່ງທາງບໍຣິສັດ ຈະດໍາເນີນການນັ້ນ ຈະເປັນບ່ອນອີງໃຫ້ ທາງ ທະນາຄານ ໃນການ ພິຈາຣະນາ ໃຫ້ເງິນກູ້ ສໍາລັບກໍ່ສ້າງ ໂຄງການນັ້ນ ແຕ່ນາງ ກໍບໍ່ເວົ້າ ໃຫ້ຮູ້ເຖິງ ຈໍານວນເງິນ ທີ່ຈະໃຫ້ກູ້ຢືມ ແລະ ບໍ່ເວົ້າເຖິງ ຣະຍະເວລາ ຂອງການສຶກສາ ຜົນກະທົບ ວ່າຈະສໍາເຣັດ ເມື່ອໃດ.

ນາງ Tania Lee ຜູ້ປະສານງານ ຂອງອົງການ ແມ່ນໍ້າສາກົນ ກ່ຽວກັບ ໂຄງການຢູ່ລາວ ເວົ້າວ່າ ມັນຍັງບໍ່ເປັນ ທີ່ຈະແຈ້ງ ກ່ຽວກັບເຂື່ອນ ທີ່ໄດ້ມີແຜນການ ສ້າງນັ້ນວ່າ ມັນຈະຣະເມີດ ມາຕຖານປ້ອງກັນ ທະນາຄານ ADB ເອງ ແລະ ບໍ່ຣະເມີດ ກົດໝາຍລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.