ຊນະປະມູນແບບຕິດສິນບົນ

ໃນສປປ ລາວ ມີການປະມູນ ເອົາໂຄງການ ພັທນາຕ່າງໆ ຢູ່ເປັນປະຈໍາ ແລະ ຜູ້ທີ່ຊນະ ການປະມູນ ກໍແມ່ນ ຜູ້ທີ່ ຕິດສີນບົນ ເຈົ້າຫນ້າທີ່ ຂອງຣັຖ.
ສິດນີ
2012.01.18
F-Road-construction-Laos ສປປລາວ ກໍາລັງ ພັທນາສ້າງສາ ຈຶ່ງມີຜູ້ສວຍ ໂອກາດ ສໍ້ໂກງ
laosgpsmap

ກົດຟັງສຽງ

ຄົນລາວຜູ້ນື່ງ ທີ່ມີອາຊີພ ຄ້າຂາຍ ວັສດຸກໍ່ສ້າງ ໃນແຂວງ ອັດຕະປື ເວົ້າວ່າ ການປະມູນ ໂຄງການຕ່າງໆ ໃນລາວ ຈະມີຫລາຍ ບໍຣິສັດ ຮັບເຫມົາ ກໍ່ສ້າງ ມາປະມູນ ມີທັງ ບໍຣິສັດ ລາວ ແລະ ຕ່າງປະເທດ ບໍຣິສັດ ຕ່າງຊາດ ສ່ວນໃຫຍ່ ຈະມີຄົນລາວ ຖືຫຸ້ນນຳ ແລະເປັນຜູ້ ຮູ້ຈັກກັບ ເຈົ້າຫນ້າທີ່ຣັຖ ຈື່ງເປັນການງ່າຍ ໃນການຊນະ ປະມູນ. ລາວເວົ້າວ່າ:

"ມັນມີຫລາຍ ບໍຣິສັດ ຮັບເຫມົາ ເຂົາກໍ ປະມູນກັນ ແລະກໍໃຫ້ ກັນເບື້ອງຫລັງ ຄືບໍຣິສັດ ກັບຣັຖບານ ເຂົາມີຕົ້ນທືນ ຢູ່ໃນແຜນການ ແລະກໍມີ ບໍຣິສັດ ເຂົາກໍ່ຢາກແບ່ງ ຜູ້ອື່ນ ກໍເອີ້ນ ໄປກີນເຂົ້າ ແບບນັ້ນແຫລະ ຢູ່ປະເທດລາວ ມັກເປັນແນວນີ້".

ຄົນລາວຜູ້ນັ້ນ ເວົ້າຕໍ່ໄປວ່າ ເຣື້ອງດັ່ງກ່າວ ຄົນທີ່ຢູ່ໃນ ວົງການ ທຸຣະກິຈ ຮູ້ດີ ແຕ່ກໍບໍ່ ສາມາດເວົ້າ ຫຍັງໄດ້ ເນື່ອງຈາກ ບໍຣິສັດ ຜູ້ຊນະ ການປະມູນ ຮູ້ກັນດີ ກັບທາງການ ແລະຄົນລາວ ທີ່ຖືຫຸ້ນ ໃນບໍຣິສັດ ຕ່າງຊາດ ຈະເປັນຜູ້ ທີ່ມີອຳນາດ ໃນລາວ.

ເຈົ້າຫນ້າທີ່ ກວດກາ ແຫ່ງຊາດ ທີ່ ນະຄອນຫລວງ ວຽງຈັນ ທ່ານນື່ງເວົ້າວ່າ ບັນຫາ ທີ່ເກີດຂື້ນ ນັ້ນເປັນຍ້ອນ ການບັງຄັບ ໃຊ້ກົດຫມາຍ ບໍ່ເຄັ່ງຄັດ ຂອງ ເຈົ້າຫນ້າທີ່ ຣັຖ. ທ່ານກ່າວວ່າ:

"ດຽວນີ້ ບັນຫາ ທາງດ້ານ ອຸປສັກນີ້ ພວກເຮົາມາເບີ່ງ ຄວາມຕື່ນຕົວ ພວກເຮົາ ຍັງຈະໄດ້ ອອກແຮງ ໂຄສະນາ ກົດຫມາຍ ທີ່ຍັງບໍ່ທັນ ຮູ້ທົ່ວເຖິງ ໂດຍສະເພາະ ໃນພາກສ່ວນທີ່ ຫ່າງໄກ ສອກຫລີກ ເປັນບັນຫາ ສຳຄັນ ທີ່ສຸດ ທີ່ພວກເຮົາ ຈະສືບຕໍ່".

ການໃຫ້ສິນບົນ ແກ່ເຈົ້າຫນ້າທີ່ ຂອງຣັຖນັ້ນ ສ່ວນຫລາຍ ເປັນໂຄງການໃຫຍ່ ເຊັ່ນ ການສ້າງຖນົນ ຂົວ ຕຶກ ອາຄານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 18, 2012 04:26 PM

ບັນຫາການຮົ່ວໄຫຼກ່ຽວກັບງົບປະມານຂອງລັດ ຍັງມີສູງຫຼາຍ ບໍ່ວ່າຈະເປັນພາກລາຍຮັບ ແລະລາຍຈ່າຍ ອັນເນື່ອງຈາກການກວດກາຈາກອົງການກວດສອບບໍ່ເຂັ້ມແຂງ ຫຼືກວດເຫັນແລ້ວກໍ່ບໍ່ສາມາດເອົາຜິດໄດ້ ເພາະສ່ວນໃຫຍ່ມັນກ່ຽວຂ້ອງກັບຜູ້ມີອຳນາດໃນທ້ອງຖີ່ນ ເຊີ່ງມູນຄ່າການກໍ່ສ້າງສູງກວ່າຄວາມເປັນຈິງຕັ້ງຫຼາຍເທົ່າຕົວ ເຮັດໃຫ້ສູນເສຍງົບປະມານຂອງລັດເປັນຈຳນວນບໍ່ໜ້ອຍໃນແຕ່ລະປີ