ຈີນໄດ້ສັມປະທານຂຸດ ຂຸຸມຊັພພາກເໜືອຂອງລາວ

ບໍຣິສັດ ຂອງຈີນ ໄດ້ຮັບ ສັມປະທານ ໃນການ ສໍາຣວດ ບໍ່ແຮ່ ໃນແຂວງ ພາກເຫນືອ ຂອງລາວ.
ສິດນີ
2011.05.24
F-Done-sao ດອນຊາວ ຕັ້ງຢູ່ທາງ ພາກເໜືອຂອງລາວ ໃນແຂວງບໍ່ແກ້ວ ປັຈຈຸບັນ ກໍຕົກເປັນເຂດ ເສຖກິດພິຂອງຈີນ ໄປແລ້ວ
RFA

ກົດຟັງສຽງ

ລາຍງານ ຈາກ ຫນັງສືພີມ ພາກຣັຖ ຂອງຈີນ ຣະບຸວ່າ ບໍຣິສັດ ຂຸດຄົ້ນ ແຮ່ທາດ ອັນຮູ ຂອງຈີນ ໄດ້ລົງນາມ ກັບ ຣັຖບານ ສປປລາວ ໃນການ ສຳຣວດ ແຮ່ທາດ ໃນເຂດ ພາກເຫນືອ ຂອງລາວ ໃນພື້ນທີ່ ປະມານ 222 ກິໂລແມັດ ມົນທົນ ຈະກວມ ໄປໃນ ຫລາຍແຂວງ ແລະ ຄາດວ່າ ຈະເປັນ ແຫລ່ງສະສົມ ແຮ່ທາດຄຳ ແລະ ເຫລັກ ຢ່າງ ມະຫາສານ ໃນເຂດ ດັ່ງກ່າວ. ແຕ່ຍັງ ບໍ່ມີ ລາຍງານ ກ່ຽວກັບ ການລົງທືນ ໃນການ ຄົ້ນຄວ້າ ແຮ່ທາດ ຂອງ ບໍຣິສັດ ຈີນ ທີ່ໄດ້ລົງນາມ ກັບ ຣັຖບານລາວ ຄັ້ງນີ້. ຕົວແທນ ຈາກ ບໍຣີສັດ ດັ່ງກ່າວ ກໍບໍ່ໃຫ້ ຄຳຕອບ ແຕ່ຢ່າງໃດ ຫລັງຈາກ ຖືກສອບຖາມ ຈາກອົງການ ຂ່າວສານ Interfax.

ບໍຣິສັດ ຂຸດຄົ້ນ ແຮ່ທາດ ອັນຮູ ຂອງຈີນ ມີສູນກາງ ຢູ່ທີ່ແຂວງ ອັນຮູ ມີປະສົພການ ໃນການ ຂຸດຄົ້ນ ແລະ ສຳຣວດ ແຮ່ທາດ ໃນ 27 ໂຄງການ ໃນຫລາຍ ປະເທດ ໃນໂລກ ຣະຫວ່າງ ປີ 2006-2010. ນື່ງໃນນັ້ນ ກໍ່ແມ່ນ ບໍ່ຄຳ ແລະ ທອງແດງ ທີ່ ແຂວງ ສາ-ສເກດ-ສວນ ຂອງ ການາດາ ແລະ ບໍ່ແຮ່ ທີ່ ປະເທດ ຕັນຊາເນັຽ, ເປຣູ ແລະ ອອສເຕເຣັຽ, ໃນເວລານີ້ ກໍແມ່ນ ສປປລາວ.

ຈີນ ເປັນ ອັນດັບສອງ ໃນການ ສຳຣວດ ແລະ ຄົ້ນແຮ່ທາດ ໃນລາວ ນອກຈາກ ບໍຣິສັດ ຈາກ ອອສເຕຣເລັຽ ເຊັ່ນ: ແພນອອສເຕຣເລັຽ ແລະ ໂອຊີອານາ. ບໍຣິສັດ ໂອຊີອານາ ທີ່ຂຸດຄຳ ຢູ່ ເຊໂປນ ແຂວງ ສວັນນະເຂດ ກໍເປັນຂອງ ບໍຣິສັດ ມີນເມໂຕ ຂອງຈີນ ໄປແລ້ວ. ນອກຈາກນັ້ນ ກໍຍັງມີ ບໍຣິສັດ ຈາກ ວຽດນາມ ທີ່ກຳລັງ ເຂົ້າມາ ສຳຣວດ ແຮ່ທາດ ໃນເຂດ ພາກໃຕ້ ຂອງລາວ ໃນເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.