ພັກປະຕິວັດລາວ ຈັດບາສີປີໃໝ່

ພັກປະຊາຊົນ ປະຕິວັດລາວ ຈັດພິທີ ບາສີ ອວຍພອນ ປີໃໝ່ ໃຫ້ແກ່ ຄນະຜູ້ນໍາພັກ ແລະ ຣັຖບານ.
ອະວາຣີ
2011.04.13
F-Hillary ຣັຖມົນຕຣີການຕ່າງປະເທດສະຫະຣັດອະເມຣິກາມາດາມ Hillary-Clinton-(ໃນຈໍໂທຣະທັດ)ສົ່ງຄໍາອວຍພອນປີໃໝ່ ເຖີງສປປລາວ
AFP

ກົດຟັງສຽງ

ທ່ານຈູມມະລີໄຊຍະສອນເລຂາທິການໃຫຍ່ຂອງພັກແລະຄນະກົມການເມືອງ ຫລາຍທ່ານໄດ້ເຂົ້າຮ່ວມ.ໃນຂນະດຽວກັນມາດາມ-Hillary-Clinton-ຣັຖມົນຕຣີ ການຕ່າງປະເທດສະຫະຣັຖກໍສົ່ງຄຳອວຍພອນປີໃໝ່ເຖິງປະຊາຊົນລາວ.

ມາດາມ-Clinton-ອວຍພອນວ່າໃນນາມປະທານາທິບໍດີໂອບາມາແລະປະຊາຊົນ ອະເມຣິກັນ,ຂໍສະແດງຄວາມຍິນດີກັບປະຊາຊົນລາວທີ່ກຳລັງສລອງບຸນປີໃໝ່ຢ່າງ ຄຶກຄື້ນຢູ່.ປັດຈຸບັນປະເທດຂອງພວກເຮົາກຳລັງຮ່ວມມືກັນໃນຫລາຍດ້ານ.

ສະຫະຣັຖແລະສປປລາວກໍາລັງຮ່ວມມືກັນເພື່ອເປີດໃຫ້ປະເທດລາວມີໂອກາດທາງ ດ້ານການຄ້າຫລາຍຂື້ນ-ຮ່ວມກັນປາບປາມການຄ້າຢາເສບຕິດແລະຫລຸດຜ່ອນ ການຕິດຢາເສບຕິດຢູ່ລາວ.

ບໍ່ເທົ່ານັ້ນສອງປະເທດຍັງມີການຮ່ວມມືກັນທາງດ້ານທະຫານແລະດ້ານການປ້ອງກັນ ການຣະບາດຂອງໂຣກຕ່າງໆນຳອີກ.

ຢູ່ໃນສະຫະຣັຖຊາວລາວ-ອະເມຣິກັນກໍປະກອບສ່ວນເຂົ້າໃນການສ້າງສາເສຖກິດ ສິລປະກິລາແລະວັນກັມ-ປີນີ້ສະຫະຣັຖແລະປະເທດລາວຮ່ວມກັບສລອງຄົບຮອບ56ປີຂອງການສ້າງຄວາມສຳພັນຣະຫວ່າງກັນແລະສອງປະເທດຍັງຈະສືບຕໍ່ສ້າງ ໂອກາດໃຫ້ປະຊາຊົນຂອງທັງສອງປະເທດ.

ທ້າຍສຸດນີ້ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນລາວໃນທົ່ວປະເທດຈົ່ງມີຄວາມສຸກ ແລະຄວາມຈະເຣີນກ້າວໜ້າຕລອດໄປ.

ນັ້ນແມ່ນຄໍາອວຍພອນຂອງມາດາມHillary-Clintonຣັຖມົນຕຣີການຕ່າງປະເທດ ສະຫະຣັຖອະເມຣິກາທີ່ສົ່ງເຖິງປະຊາຊົນລາວໃນທົ່ວປະເທດໃນໂອກາດບຸນປີ ໃໝ່ລາວປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.