ປະຫານຊີວິດນັກໂທດ ຄ້າຢາເສບຕິດ

ສານຊັ້ນກາງ ຕັດສິນ ປະຫານຊີວິດ ນັກໂທດ ຄ້າຢາເສບຕິດ 4 ຄົນ ແຕ່ສາມາດ ຍື່ນອຸທອນ ຕໍ່ສານສູງ ໄດ້.
ໂພໄຊສວັດ
2010.12.14

ກົດຟັງສຽງ

ສານຊັ້ນກາງ ນະຄອນຫລວງ ວຽງຈັນ ໄດ້ ພິພາກສາ ແລະ ຕັດສິນ ປະຫານຊີວິດ ນັກໂທດຄ້າ ຢາເສບຕິດ 4 ຄົນ ໃນມື້ວັນ ທີ 9 ທັນວາ 2010 ຜ່ານມາ, ທີ່ໄດ້ລັກ ຂົນຢາບ້າ 2,000 ກວ່າ ກິໂລກຣັມ ຈາກ ແຂວງຫລວງນ້ຳທາ ມານະຄອນຫລວງ ວຽງຈັນ. ຫລັງຈາກທີ່ ສານຊັ້ນກາງ ໄດ້ຕັດສິນ ປະຫານຊີວິດ ແລ້ວນັ້ນ ພວກນັກໂທດ ທັງ 4 ຄົນ ຍັງສາມາດ ຍື່ນອຸທອນ ໃຫ້ສານຊັ້ນສູງ ພິຈາຣະນາ ຄະດີ ໄດ້ອີກເທື່ອນຶ່ງ. ດັ່ງເຈົ້າໜ້າທີ່ ຈາກສານຊັ້ນກາງ ນະຄອນຫລວງ ວຽງຈັນ ໄດ້ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ອາດຈະຂັ້ນ ລົບລ້າງ ໝາຍຄວາມວ່າ ເຫລືອອີກຂັ້ນນຶ່ງ ຊຶ່ງກົດໝາຍ ອະນຸຍາດ ໃຫ້ອີກ ຂໍລົບລ້າງ ໄດ້ອີກຂັ້ນນຶ່ງ ພາຍໃນກຳນົດ 2 ເດືອນ".

ເຈົ້າໜ້າທີ່ ເວົ້າຕໍ່ໄປ ວ່າ ຫາກທະນາຍຄວາມ ຂອງ ນັກໂທດທັງ 4 ຄົນ ຢາກຍື່ນ ຄຳອຸທອນ ຕໍ່ສານສູງ ເພື່ອຫວັງວ່າ ຈະໄດ້ຮັບການ ການພິຈາຣະນາ ຫລຸດຜ່ອນໂທດ ຈາກການຖືກ ປະຫານຊີວິດ ກໍສາມາດ ເຮັດໄດ້ ອີກເທື່ອນຶ່ງ ຍ້ອນວ່າກົດໝາຍ ຂອງ ສປປລາວ ໄດ້ລະບຸໄວ້.

ເຖິງຢ່າງໃດ ກໍຕາມ ຖ້າຫາກວ່າ ທະນາຍຄວາມ ຂອງ ນັກໂທດທັງ 4 ຄົນບໍ່ຢາກ ຍື່ນຂໍອຸທອນ ໄປຫາສານສູງ ຕາມເວລາທີ່ ໄດ້ລະບຸໄວ້ ກໍຖືວ່າ ຄະດີ ດັ່ງກ່າວ ອີງໃສ່ ຄໍາຕັດສິນ ຂອງ ສານຊັ້ນກາງ, ຊຶ່ງນັກໂທດ ທັງ 4 ຄົນ ກໍຈະຖືກ ປະຫານຊີວິດ ພາຍໃນປີນຶ່ງ ຕາມກົດໝາຍ. ດັ່ງທ່ານ ລັງສີ ສີບຸນເຮືອງ ຮອງອັຍການ ປະຊາຊົນ ສູງສຸດ ອົງການອັຍການ ປະຊາຊົນ ສູງສຸດ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"ພວກນີ້ແມ່ນ ສານ ປະຫານຊີວິດ ໝົດ ຖ້າຕັດສິນ ປະຫານຊີວິດ ນີ້ຕ້ອງຝາກ ໄວ້ເປັນເວລາ 1 ປີ ຕາມກົດໝາຍ ປະທານປະເທດ ຕ້ອງໄດ້ ອອກດຳຣັດ ອະພັຍໂທດ ຫລືວ່າຫຍັງນີ້ ຄັນວ່າເພິ່ນ ໃຫ້ອະພັຍໂທດ ແລ້ວ ຈະບໍ່ໄດ້ ປະຫານ ແຕ່ວ່າຖ້າເພິ່ນ ບໍ່ໄດ້ ອະພັຍໂທດ ໝາຍຄວາມວ່າ ຕ້ອງໄດ້ ປະຫານ".

ສຳລັບການຈັບ, ດຳເນີນຄະດີ ແລະ ລົງໂທດ ຜູ້ກະທຳຜິດ ຄ້າຢາເສບຕິດທັງ 4 ຄົນນີ້ ເປັນການຈັບ ແລະ ທຳລາຍ ຂະບວນການ ແລະ ພໍ່ຄ້າ ຢາເສບຕິດ ລາຍໃຫຍ່ທີ່ສຸດ ລາຍນຶ່ງ ໃນ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.