ຊາວຫາດດອນຈັນ ໄປຕົກບ່ອນລໍາບາກ

ອະດີດ ຊາວບ້ານ ທີ່ຫາດ ດອນຈັນ ຍັງບໍ່ດີໃຈ ທີ່ຖືກ ໂຍກຍ້າຍ ຈາກພື້ນທີ່ ທໍາມາ ຫາກິນ ເພື່ອໃຫ້ ຣັຖບານ ສ້າງບ້ານພັກ ຫລຸຫລາ ໂດຍອ້າງວ່າ ເອົາໄວ້ ຕ້ອນຮັບ ຜູ້ນຳ ຢູໂຣບ ແລະ ອາຊຽນ.
ສິດນີ
2012.11.12
F-don-chan ທີ່ດິນ ບ່ອນທໍາມາຫາກິນ ຂອງຄົນລາວ ໃນເຂດຫາດ ດອນຈັນ ທີ່ຖືກຍຶດໄປ
LaohomeLao

ອະດີດ ຊາວບ້ານ ຫາດດອນຈັນ ຫລາຍຄອບຄົວ ທີ່ຖືກ ໃຫ້ໂຍກຍ້າຍ ຈາກພື້ນທີ່ ອາສັຍ ແລະ ຫາກິນ ເພື່ອໃຫ້ ຣັຖບານ ສ້າງບ້ານພັກ ໃຫ້ຜູ້ນຳ ມາຮ່ວມ ປະຊຸມ ອາເຊັມ ນັ້ນ ຈົນຮອດດຽວນີ້ ພວກຊາວບ້ານ ກໍຍັງບໍ່ພໍໃຈ ທີ່ຖືກໃຫ້ ໂຍກຍ້າຍ.

ຊາວບ້ານ ຄົນນື່ງ ອາຍຸ 58 ປີ ເວົ້າວ່າ ພວກຂະເຈົ້າ ຖືກໃຫ້ຍ້າຍ ໄປຢູ່ ນອກເມືອງ ຫ່າງຈາກ ຫາດດອນຈັນ ປະມານ 26 ກິໂລແມດ ເປັນບ່ອນ ດິນແຂງ ບໍ່ມີນ້ຳ ເພື່ອການປູກຝັງ. ເລົາເວົ້າວ່າ ໃນຊີິວິດ ຂອງເລົາ ຮູ້ແຕ່ເຮັດນາ ເປັນອາຊີພ ລ້ຽງຕົນເອງ ແລະ ຄອບຄົວ ເລົາເວົ້າ ທັງນ້ຳຕາ ວ່າບໍ່ຮູ້ ຊີ່ເຮັດແນວໃດ ກັບດິນ ທີ່ບໍ່ມີນ້ຳ ແລະ ບໍ່ແມ່ນດິນ ເພື່ອການປູກຝັງ ແລ້ວຈະຫາລ້ຽງ ຄອບຄົວ ໄດ້ຈັ່ງໃດ.

ເລົາເວົ້າວ່າ ຂ່າວສານ ຂອງ ປະເທດລາວ ທີ່ຄວບຄຸມ ໂດຍຣັຖບານ ຣາຍງານວ່າ ຊາວບ້ານ ສມັກໃຈ ໂຍກຍ້າຍໄປເອງ ບໍ່ໄດ້ຖືກ ບັງຄັບນັ້ນ  ບໍ່ແມ່ນ ຄວາມຈິງ ພວກເຂົາເຈົ້າ ບໍ່ຢາກຍ້າຍ ແຕ່ຍ້ອນຖືກ ບັງຄັບ ຈາກທາງການ ແຕ່ລະຄອບຄົວ ຖືກເຈົ້າໜ້າທີ່ ສີ້ງຊອມ ດັ່ງນັ້ນ ຈື່ງບໍ່ມີໃຜກ້າ ມາຮວມກຸ່ມ ກັນໄດ້ ໃນການຕໍ່ລອງ.

ຫົວຫນ້າບ້ານ ຄົນເກົ່າ ປະຕິເສດ ການໂຍກຍ້າຍ ເລົາກໍຖືກ ໄລ່ອອກຈາກ ໜ້າທີ່ ແລະ ໃຫ້ຫນີຈາກບ້ານ. ຫົວໜ້າບ້ານ ຄົນໃຫມ່ ທີ່ທາງການ ແຕ່ງຕັ້ງ ຂື້ນແທນ ກໍບໍ່ອະນຸຍາດ ໃຫ້ຊາວບ້ານ ສົ່ງຫນັງສື ໄປຮຽກຮ້ອງ ຂໍຄວາມເປັນທັມ ຈາກ ຣັຖບານໄດ້.

ເຈົ້າຫນ້າທີ່ ປຶກສາ ດ້ານການກະເສດ ຈາກອົງການ ພັທນາ ສວິສແລັນ ເວົ້າວ່າ ຍັງມີຄຳຖາມ ຫລາຍຢ່າງ ກ່ຽວກັບ ການໃຫ້ຄ່າ ຊົດເຊີຍ ແກ່ຊາວບ້ານ.

ທ່ານ ໄດ້ກ່າວເຖິງ ຊາວບ້ານ ທີ່ຫາດດອນຈັນ ວ່່າ ຫລາຍສີ່ງ ຫລາຍຢ່າງ ຍັງບໍ່ໂປ່ງໄສ ມີການ ປະຊຸມກັນ ສອງສາມຄັ້ງ ແລະ ທາງການລາວ ກໍກຳນົດ ໃຫ້ຊາວບ້ານ ຕັດສິນໃຈ ພາຍໃນ 12 ເດືອນ ໃຫ້ຮັບຄ່າ ຊົດເຊີຍ ຫລືບໍ່ ກໍໃຫ້ຍ້າຍ ອອກໄປລ້າໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.