ນັກລົງທຶນຕ່າງດ້າວ ຢາກໄດ້ສິດທີ່ດີນ
2012.10.11
ປັດຈຸບັນ ໃນລາວ ມີນັກລົງທືນ ຕ່າງຊາດ ເຂົ້າມາລົງທືນ ເປັນຈຳນວນ ຫລວງຫລາຍ ໂດຍສະເພາະ ຊາວຈີນ ຊາວວຽດນາມ ແລະ ຊາວໄທ ຕ່າງກໍພາກັນ ເວົ້າວ່າ ການລົງທືນ ໃນລາວ ມີຂອບເຂດຈຳກັດ ນັກລົງທືນ ຕ່າງຊາດ ບໍ່ມີສິດເປັນ ເຈົ້າຂອງທີ່ດີນ ແລະ ຕຶກອາຄານ ໂດຍການໃສ່ຊື່ ຕົນເອງໄດ້ ຈື່ງຕ້ອງການ ສິດທິເຫລົ່ານັ້ນ. ນັກລົງທືນໄທ ທ່ານນື່ງ ເວົ້າວ່າ:
"ແບບເຮົາ ບໍ່ສາມາດ ຊື້ຮ້ານຄ້າ ບໍ່ສາມາດຊື້ ບ້ານໄດ້ ຖ້າເຮົາສາມາດ ຊື້ບ້ານ ຂອງຄົນລາວໄດ້ ໂດຍບໍ່ຕ້ອງເຊົ່າ ຕົວຢ່າງຣົຖ ເມື່ອເອົາກັບໄປ ກໍຕ້ອງເສັຽພາສີ ຫລາຍ ເອົາກັບໄປ ບໍ່ໄດ້ ພາສີ ກໍເທົ່ານື່ງຂອງຣົຖ ທີ່ເຮົາຊື້".
ນັກລົງທືນໄທ ຄົນນີ້ ກ່າວຕໍ່ໄປວ່າ ນອກຈາກ ທີ່ບໍ່ສາມາດ ຊື້ບ້ານແລະທີ່ດີນ ໄດ້ແລ້ວ ບັນຫາອີກອັນນື່ງ ໃນການມາລົງທືນ ໃນລາວ ກໍແມ່ນວ່າ ລາວ ຍັງຂາດແຮງງານ ທີ່ມີ ຄຸນນະພາບ ເຮັດໃຫ້ເສັຽເວລາ ໃນການຫາຄົນງານ ມາເຮັດວຽກ ນອກຈາກນັ້ນ ກົດຫມາຍລາວ ກໍຍັງມີຂອບເຂດ ຈຳກັດໃນການ ດຳເນີນ ທຸຣະກິດ ໃນລາວຢູ່ ຈື່ງຢາກໃຫ້ ຣັຖບານລາວ ພິຈາຣະນາ ແກ້ໄຂ ບັນຫາ ດັ່ງກ່າວ.
ນັກລົງທືນໄທ ກ່າວເພີ້ມອີກວ່າ ມູມມອງ ຂອງນັກລົງທືນ ດ້ວຍກັນ ເຫັນວ່າ ນັກລົງທືນຈີນ ຈະປະສົບ ຜົລສຳເຣັດສູງ ໃນການມາລົງທືນ ໃນລາວ ເນື່ອງຈາກ ນັກລົງທືນຈີນ ບໍ່ຍອມເສັຽປຽບ ໃນການ ເຈຣະຈາ ໃນບັນຫາຕ່າງໆ ແລະ ຣັຖບານລາວ ກໍໃຫ້ການ ສນັບສນູນ ນັກລົງທືນຈີນ ຫລາຍກວ່ານັກລົງທືນ ລາຍອື່ນໆ ຈື່ງມີນັກລົງທືນ ຈີນ ເຂົ້າມາລົງທືນ ໃນລາວ ເປັນຈຳນວນ ຫລວງຫລາຍ.