ຄົນງານຕ່າງດ້າວບໍ່ໄດ້ ຝຶກສອນຄົນງານລາວ

ຄົນງານລາວ ບໍ່ໄດ້ຮຽນ ເອົາຝີມື ເຮັດວຽກ ຈາກ ຄົນງານ ຕ່າງດ້າວ ແຕ່ຢ່າງໃດ.
ສິດນີ
2012.03.26

ກົດຟັງສຽງ

ການທີ່ທາງການ ລາວ ແລະ ບໍຣິສັດ ຕ່າງຊາດ ເຄີຍຖແລງວ່າ ການນຳເຂົ້າ ແຮງງານ ວຽດນາມ ມາເຮັດວຽກ ໃນລາວນັ້ນ ເຫດຜົລນື່ງ ກໍ່ແມ່ນວ່າ ຕ້ອງການ ຢາກໃຫ້ ຂະເຈົ້າ ສອນຝີມື ໃຫ້ແກ່ ແຮງງານລາວ ແຕ່ໃນ ສະພາບ ໂຕຈີງແລ້ວ ເຂົາບໍ່ໄດ້ສອນ ຫຍັງຫລາຍ ໃຫ້ແກ່ ແຮງງານລາວ. ຄົນງານລາວ ເວົ້າວ່າ:

"ແຮງງານ ວຽດນາມ ຖືວ່າ ເຂົາກໍສອນ ແຕ່ແບບບໍ່ເປັນ ທາງການ ນັ້ນແຫລະ ບໍ່ໄດ້ມີ ບົດຮຽນ ທີ່ວ່າຕ້ອງ ໄດ້ຂື້ນຫ້ອງ ມີແຕ່ສອນ ໃນນາມ ວິຊາການ ເວົ້າປາກເປົ່າ".

ກັມມະກອນ ລາວ ຄົນນັ້ນ ກ່າວຕໍ່ໄປວ່າ ແຮງງານ ວຽດນາມ ທີ່ທາງການ ລາວ ແລະ ບໍຣິສັດ ຕ່າງຊາດ ບອກວ່າ ເອົາເຂົ້າມາ ເພື່ອສອນ ແຮງງານລາວ ໃຫ້ມີ ຄວາມສາມາດ ນັ້ນຂະເຈົ້າ ບໍ່ໄດ້ສອນ ຢ່າງຈີງຈັງ ເພາະມີການ ສັບປ່ຽນກັນ ໄປມາເລື້ອຍໆ ຜູ້ທີ່ມາໃຫມ່ ແທນຜູ້ເກົ່າ ກໍບໍ່ສົນໃຈ ວ່າໃຜຈະ ຮຽນຫຍັງ ສອນຫຍັງ ມັນບໍ່ ສມ່ຳສເມີ. ຄົນງານລາວ ອີກຄົນນື່ງ ທີ່ແຂວງ ບໍ່ແກ້ວ ເວົ້າວ່າ ບໍ່ແມ່ນ ການສອນ ມີແຕ່ໄປ ເຮັດວຽກນຳເຂົາ ເທົ່ານັ້ນ ສ່ວນໃຫຍ່ ຈະຮຽນເອົາເອງ. ນາງເວົ້າວ່າ:

"ບໍ່ໄດ້ສອນ ມີແຕ່ຄົນລາວ ເຮົາໄປເຮັດວຽກນຳ ຂະເຈົ້າຊື່ໆ ອັນໃດບໍ່ຮູ້ ເຂົາກໍບອກ ເຮົາໄປ ກໍຄືກັບແບບ ເຮົາເອົາ ພນັກງານ ມາເຮັດວຽກນຳເຮົາ ລັກສນະນີ້ຊື່ໆ".

ນາງວ່າ ການນຳເອົາ ຄົນງານ ວຽດນາມ ເຂົ້າມາລາວ ຄວນໃຫ້ຂະເຈົ້າ ສອນຝີມື ໃຫ້ຄົນງານລາວ ແບບຈີງຈັງ ບໍ່ດ່ັງນັ້ນ ແຮງງານລາວ ກໍຈະຂາດ ຝີມື ໃນການເຮັດວຽກ ຕາມເຄີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 27, 2012 05:33 AM

ກໍ່ຍ້ອນພວກສລາດສ່ອງໄສນັ້ນແລ້ວເອົາຄົນງານຕ່າງດ້າວ ເຂົ້າມາ ເວົ້າແນວນຶ່ງແຕ່ເຂົາຈະເຮັດແນວນຶ່ງ ທຸກຢ່າງເລີຽ,ສລຸບລວມແລ້ວ ແມ່ນພວກຈອມຕົວະ ເຕັມ ໃຫ່ຽຂັບບ້ານຂັບແຜ່ນດິນລາວເຮົາ.

Anonymous
Mar 28, 2012 01:34 AM

ຂໍໃຫ້ຄວາມໂຄສະນາເປັນຄວາມຈິງເທາະ ວ່າ ຈະເອົາຄົນງານຕ່າງດ້າວຢູ່ລາວຂຶ້ນ ທະບຽນເປັນທາງການໃຫ້ໄດ້,ຈະລໍເບິ່ງຜົລງານຕໍ່ໄປ.ຈົ່ງເອົາຈິງກັບ ຄົນນອກກົດໝາຍໃຫ້ຈະແຈ້ງ ແລະ ໂປ່ງໃສເພື່ອຄວາມສະບາຽໃຈ ຂອງລາວທັງຊາຕ.ພໍຈັບກໍ່ຕ້ອງຈັບ,ພໍເນລະເທດກໍຕ້ອງ ດັນພົ້ນອອກຈາກດິນລາວ,ຢ່າໄດ້ ແຂງນອກອ່ອນໃນຕໍ່ໄປອີກ.