ການພັທນາຕາມຖນົນ R3a

ແຂວງຊຽງຮາຍ ຂອງໄທ ຈະເປີດກອງ ປະຊຸມ ອອກຄວາມເຫັນ ເຣື້ອງ ການພັທນາ ຕາມຖນົນ R3a.
ສົມເນ
2010.12.03

ກົດຟັງສຽງ

ໃນອາທິດ ໜ້ານີ້ ຫໍການຄ້າ ແຂວງຊຽງຮາຍ ຂອງໄທ ຈະເປີດ ກອງປະຊຸມ ອອກຄວາມເຫັນ ຮ່ວມກັນ ກ່ຽວກັບການ ພັທນາ ລະບົບ ການຂົນສົ່ງ ການອໍານວຍ ຄວາມສະດວກ ຕາມເສັ້ນທາງ ແລວເສຖກິດ ເໜືອໃຕ້ ທີ່ຜ່ານຂົວ ຂ້າມນໍ້າຂອງ ລະຫ່ວາງ ຊຽງຂອງ ກັບຫ້ວຍຊາຍ ແລະ ຖນົນ R3a ໃນ ສປປ ລາວ.

ການສັມມະນາ ຄັ້ງນີ້ ແມ່ນເພື່ອເຊື້ອເຊີນ ຫລາຍພາກສ່ວນ ເອກກະຊົນ ມາອອກ ຄວາມຄິດຄວາມເຫັນ ຮ່ວມກັນ ຫລັງຈາກ ຄນະໄດ້ ສືກສາ-ວິໃຈ ແນວທາງການ ພັທນາ ການອໍານວຍ ຄວາມສະດວກ ແລະ ການຂົນສົ່ງ ຕາມແລວ ເສຖກິດ ເໜືອ-ໄຕ້ ສໍາເຣັດແລ້ວ. ການສັມມະນາ ຖືກຈັດຂື້ນ ໂດຍຫໍການຄ້າ 10 ແຂວງ ພາກເໜືອ ຂອງໄທ ແລະ ສະຖາບັນ ພັທນາ ຝີມືແຮງງານ ເມືອງຊຽງແສນ.

ໂຄງການ ສືກສາ-ວິໃຈ ດັ່ງກ່າວ ໄດ້ຮັບການ ສນັບສນູນ ຈາກ ສໍານັກງານ ຄນະກັມມະການ ພັທນາ ເສຖກິດ ແລະ ສັງຄົມ ແຫ່ງຊາດໄທ ຮ່ວມກັບ ຄນະກັມມະການ ໂຄງການ 4 ຫລ່ຽມ ເສຖກິດ ອັນມີ ສປປ ລາວ ຈີນ ພະມ້າ ແລະໄທ.

ພາກເອກກະຊົນໄທ ຄາດວ່າ ໂຄງການ ສ້າງຂົວ ຂ້າມນໍ້າຂອງ ລະຫ່ວາງ ເມືອງຫ້ວຍຊາຍ ຂອງລາວ ກັບເມືອງຊຽງຂອງ ຂອງໄທ ເພື່ອໃຫ້ຈອດກັບ ເສັ້ນທາງ R3a ຂອງລາວ ຕໍ່ໄປຍັງ ຊາຍແດນຈີນ ນັ້ນ ຈະສ້າງຜົນ ປໂຍດ ຫລາຍດ້ານແກ່ 10 ແຂວງພາກເໜືອ ຂອງໄທ. ສະນັ້ນຈື່ງ ມີການສືກສາ ແລະ ວິຈັຍລະບົບ ການຂົນສົ່ງ ລະບົບ ອໍານວນຍ ຄວາມສະດວກ ເພື່ອຜົນປໂຍດ ດ້ານການຄ້າ ແລະ ການລົງທືນ ຕາມແລວ ເສຖກິດ ເໜືອ-ໄຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.