ອະນຸພາກພື້ນແມ່ຂອງ ຕ້ານໂຣຄເອດສ

ອະນຸ ພາກພື້ນ ແມ່ນໍ້າຂອງ ຈັດຕັ້ງ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃນ ລາວ ແລະ ວຽດນາມ.
ໂພໄຊສວັດ
2011.12.20
F-Fourth-GMS-Summit ທີ່ນະຄອນຫຼວງ ໃນປີດໍ ປະເທດພະມ້າ: ນາຍົກຣັຖມົນຕຣີ ຂເມນ ທ່ານ ຮຸນເຊນ(ຊ້າຍ) ນາຍົກຣັຖມົນຕຣີ ສປປລາວ ທ່ານ ທອງສິງ ທັມມະວົງ (ທີສອງທາງຊ້າຍ) ປະທານາທິບໍດີ ພະມ້າ ທ່ານ ທຽນເຊນ (ທີສາມຊ້າຍ) ນາຍົກຣັຖມົນຕຣີ ໄທ ຍິ້ງລັກ ຊິນນະວັດ (ທີສາມຂວາ) ນາຍົກຣັຖມົນຕຣີ ວຽດນາມ ຫງຽນ ຕັນ ຈຸງ ແລະ State Councilor ຂອງ ສປຈີນ ທ່ານ Dai Bingguo ທີ່ເຂົ້າຮ່ວມ ກອງປະຊຸມ ອະນຸພູມີພາຄ ແມ່ນໍ້າຂອງ ຄັ້ງທີ 4 ວັນທີ 19-20 ທັນວາ 2011.
AFP PHOTO / Soe Than Wi

ກົດຟັງສຽງ

ກອງປະຊຸມ ສຸດຍອດ ຄັ້ງທີ 4 ຂອງ ອະນຸ ພາກພື້ນ ແມ່ນໍ້າຂອງ ໄດ້ຈັດຂຶ້ນ ໃນລະຫວ່າງ ມື້ວັນທີ 19 ຫາ 20 ທັນວາ 2011 ນີ້ ຢູ່ ນະຄອນຫລວງ ໃນປີດໍ ປະເທດ ພະມ່າ.

ໃນ ກອງປະຊຸມ ສຸດຍອດ ຄັ້ງທີ 4 ຂອງ ອະນຸ ພາກພື້ນ ແມ່ນໍ້າຂອງ ຜູ້ນໍາ ຈາກ ປະເທດ ອະນຸ ພາກພື້ນ ແມ່ນໍ້າຂອງ ຊຶ່ງ ປະກອບດ້ວຍ ລາວ, ໄທ, ກໍາພູຊາ, ຈີນ, ພະມ່າ ແລະ ວຽດນາມ ຈະໄດ້ ລົງນາມ ໃນ ຖແລງການ ຮ່ວມ ຫລາຍສະບັບ.

ໃນ ກອງປະຊຸມ ຄັ້ງນີ້ ຜູ້ນໍາ ຍັງຈະໄດ້ ລົງນາມ ໃນສັນຍາ ບັນທຶກ ຄວາມເຂົ້າໃຈ MoU ທີ່ ວ່າດ້ວຍການ ຮ່ວມມື ເພື່ອຫລຸດຜ່ອນ ຄວາມສ່ຽງຈາກ ເຊື້ອ HIV/AIDS ທີ່ ສ້າງ ຜົນກະທົບ ຕໍ່ ປະຊາຊົນ ໃນ ພູມີພາຄ ໂດຍສະເພາະ ກັບຄົນງານ ທີ່ ໂຍກຍ້າຍ ສະຖານທີ່.

ໃນ ກອງປະຊຸມ ສຸດຍອດ ດັ່ງກ່າວ ຈະມີການ ສເນີຈັດຕັ້ງ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃນ ລາວ ແລະ ວຽດນາມ ຂຶ້ນ ຊຶ່ງໂຄງການ ດັ່ງກ່າວ ຈະເນັ້ນໃສ່ ປະກອບສ່ວນ ເພື່ອປ້ອງກັນ ການແພ່ເຊື້ອ HIV/AIDS ໃນອະນຸ ພາກພື້ນ ແມ່ນໍ້າຂອງ ໂດຍການ ສນັບສນູນ ພັທນາ ຄຸນນະພາບ ຂອງ ຊັພຍາກອນ ມະນຸດ ເພື່ອຈະໃຫ້ ສາມາດ ບໍລິຫານ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃຫ້ມີ ປະສິດທິພາບ.

ຜູ້ບໍຣິຫານ ອະນຸ ພາກພື້ນ ແມ່ນໍ້າຂອງ ຄາດວ່າ ຈະສາມາດ ອະນຸມັດ ການຈັດຕັ້ງ ໂຄງການ ຕໍ່ຕ້ານ ເຊື້ອໂຣຄ HIV/AIDS ໃນ ລາວ ແລະວຽດນາມ ໄດ້ໃນ ມື້ວັນທີ 28 ກໍຣະກະດາ 2012 ແລະ ງົບປະມານ ໃນການສ້າງຕັ້ງ ຈະໄດ້ມາຈາກ ທະນາຄານ ພັທນາເອເຊັຍ ຊຶ່ງມີ ມູນຄ່າ 20 ລ້ານ ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.