ສິນຄ້າແລະນໍ້າມັນ ແຂ່ງກັນຂື້ນຣາຄາ

ສິນຄ້າ ໃນລາວ ຂຶ້ນຣາຄາ ຫລັງຈາກ ຣາຄາ ນໍ້າມັນ ໂລກ ປັບຕົວ ສູງຂຶ້ນ.
ຫວາດ ສີມູນ
2011.04.29
F-market ອາຫານການກິນຕ້ອງຂື້ນຣາຄາ ຍ້ອນບັນຫານໍ້າມັນແພງ
RFA

ກົດຟັງສຽງ

ສິນຄ້າ ຫລາຍຢ່າງ ໃນເຂຕ ເທສບາລ ນະຄອນຫລວງ ວຽງຈັນ ມີກາຣປັບ ຣາຄາ ສູງຂຶ້ນ ໃນປັຈຈຸບັນ ຍ້ອນພວກ ພໍ່ຄ້າ ຄົນກາງ ມີກາຣຂຶ້ນ ຣາຄາ ຍ້ອນວ່າ ຣາຄາ ນ້ຳມັນແພງ ຊຶ່ງກໍເປັນ ຜົລກະທົບ ຈາກ ຣາຄາ ນ້ຳມັນ ໃນຕລາດ ໂລກ. ດັ່ງເຈົ້າ ຂອງຮ້ານຄ້າ ແຫ່ງໜຶ່ງ ໃນເມືອງ ຫາດຊາຍຟອງ ນະຄອນ ຫລວງວຽງຈັນ ໄດ້ເວົ້າວ່າ:

“ສິນຄ້າ ຂຶ້ນທຸກຢ່າງ ປະເພທ ສິ້ນແຕ້ມ ເກີບ ເກບ ໝູ່ນີ້ ແຫລະ ຂຶ້ນໝົດ ທຸກອັນ ຂຶ້ນ ກໍ 5 ບາທ 10 ບາທ ໄປຊີ້ແຫລະ ບາງເທື່ອ ກໍຂຶ້ນຮອດ 20 ບາທ ບາງຢ່າງກະ ໂຫລໜຶ່ງນັ້ນ ເພາະວ່າຖ້າຊ່ວງ ນ້ຳມັນຂຶ້ນ ເຄື່ອງມັນ ຈະຖີບ ຂຶ້ນໂລດ ເພາະວ່າຄ່າ ຂົນສົ່ງ ເຂົາເຈົ້າ ມັນຂຶ້ນ ມັນກໍຕ້ອງ ຂຶ້ນໄປຕາມ ເຄື່ອງບໍ່ຂາດ ແຕ່ວ່າມັນ ຂຶ້ນຣາຄາ”.

ເຈົ້າຂອງຮ້ານ ແຫ່ງນີ້ ໃຫ້ກາຣ ຊີ້ແຈງອີກວ່າ ຮ້ານຄ້າຂາຍ ຕ່າງໆໃນ ຕລາດ ຕ້ອງໄດ້ປັບ ຣາຄາ ສິນຄ້າ ສູງຂຶ້ນ ເນື່ອງຈາກມີ ຕົ້ນທຶນສູງ ທີ່ຕ້ອງໄດ້ ຊື້ສິນຄ້າ ໃນຣາຄາ ທີ່ແພງກວ່າ ປົກກະຕິ ຍ້ອນຣາຄາ ນ້ຳມັນ ສູງຂຶ້ນ ເລື້ອຍໆ ແລະ ສິນຄ້າ ຫລາຍໆຢ່າງ ກໍມີຣາຄາ ແພງກວ່າເກົ່າ ອັນເປັນ ສາເຫຕ ເຮັດໃຫ້ ຊາວບ້ານ ທີ່ອອກມາ ຊື້ສິນຄ້າ ຕາມທ້ອງ ຕລາດ ມີຈຳນວນ ຫລຸດນ້ອຍລົງ.

ໃນຂນະດຽວກັນ ຣາຄາ ນ້ຳມັນ ໃນເມືອງລາວ ກໍມີກາຣ ປັບຕົວ ສູງຂຶ້ນເລື້ອຽໆ ເຊັ່ນກັນ, ຍ້ອນຣາຄາ ນ້ຳມັນ ໃນຕລາດ ໂລກ ຂຶ້ນສູງສຸດ ຈົນເຖິງ 120 ດອລລາຣ໌ ຕໍ່ໜຶ່ງຖັງ ແລະ ໂດຽສະເພາະ ກໍຍ້ອນ ບັນຫາ ຄວາມບໍ່ສງົບ ໃນເຂຕ ຕາເວັນອອກ ກາງ ຈົນເທົ່າ ປັຈຈຸບັນ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.