ການປິ່ນປົວສຸຂພາບ ໃນສປປລາວ
2011.07.18
ກົດຟັງສຽງ
ສຽງວິພາກ ວີຈານ ໃນ ສັງຄົມ ລາວ ວ່າ ໃນ ປັດຈຸບັນ ການ ບໍຣິການ ທາງດ້ານ ສາທາຣະນະສຸຂ ຍັງຂາດ ມາຕຖານ ແລະ ຂາດ ຄຸນນະພາບ ຫລາຍຢູ່, ເລີ້ມແຕ່ ໂຮງຫມໍໃຫຍ່ ໄປຮອດ ໂຮງຫມໍນ້ອຍ ແລະ ສຸູຂສາລາ ຫລາຍແຫ່ງ ຍັງບໍ່ ສາມາດ ຕອບສນອງ ຂັ້ນພື້ນຖານ ໃນເຣື້ອງ ເຈັບເປັນ ຂອງ ປະຊາຊົນ ໄດ້.
ປາກົດການ ທີ່ເຮັດໃຫ້ ປະຊາຊົນ ຜູ້ທຸກຍາກ ບໍ່ສາມາດ ເຂົ້າເຖີງ ການ ບໍຣິການ ໄດ້ນັ້ນ ກໍ່ແມ່ນ ການຈ່າຍ ຄ່າໂຮງຫມໍ ແພງ, ບາງບ່ອນ ມີໂຮງຫມໍ ມີ ສຸຂສາລາ ແຕ່ຂາດ ພນັກງານ ແພດຫມໍ ຜູ້ທີ່ມີ ຄວາມຮູ້ ຄວາມສາມາດ ຫລື ບາງບອ່ນ ກໍ່ຂາດ ຢາປີ່ນປົວ ແລະ ອຸປກອນ ການແພດ ທີ່ຈຳເປັນ.
ນອກຈາກນັ້ນ ກຸ່ມນາຍແພດ ສ່ວນໃຫຍ່ ກໍ່ຂາດ ຄວາມຮູ້ ແລະ ຄວາມສາມາດ ໃນການ ປີ່ນປົວ ໂຣຄ ສະເພາະ ເຮັດໃຫ້ ຄົນລາວ ຜູ້ທີ່ມີ ຖານະ ດີແດ່ ໄປປີ່ນປົວ ຢູ່ຕ່າງ ປະເທດ ຫລາຍຂື້ນ ໃນແຕ່ ລະມື້ ຍ້ອນຂາດ ຄວາມເຊື່ອຖື ຕໍ່ການ ບໍຣິການ ໃນປະເທດ ຕົນເອງ ຈື່ງໄປໃຊ້ ໂຮງຫມໍ ຕ່າງປະເທດ ເຊັ່ນ ປະເທດ ໄທ ແລະ ວຽດນາມ.
ຮອງ ສາສດາຈານ ດຣ ບຸນກອງ ສີຫາວົງ ຣັຖມົນຕຣີ ຊ່ວຍ ກະຊວງ ສາທາຣະນະສຸຂ ກ່າວວ່າ ສາເຫດ ສຳຄັນ ທີ່ເຮັດໃຫ້ ການ ບໍຣິການ ທາງແພດ ໃນລາວ ບໍ່ໄດ້ ມາຕຖານ ນັ້ນ ກໍ່ເພາະວ່າ ນາຍແພດ ເຮັດວຽກ ເກີນຊົ່ວໂມງ ຫລາຍ ເກີນໄປ ເຮັດໃຫ້ ອິດເມື່ອຍ ຈື່ງຂາດ ຄຸນນະພາບ ໃນການ ເບີ່ງແຍງ ຄົນເຈັບ, ນອກຈາກນັ້ນ ກໍແມ່ນ ຂາດການຍົກ ຣະດັບ ວິຊາ ສະເພາະ ຂອງນາຍແພດ ໃຫ້ສຸງ ພ້ອມທັງ ການຍົກ ຣະດັບ ຄຸນນະພາບ ນາຍແພດ ທຸກຂັ້ນ ຕາມໂຮງຫມໍ ແລະ ສຸຂສາລາ ຕ່າງໆ ໃນທົ່ວ ປະເທດ ໃຫ້ໄດ້ ມາຕຖານ.