ຄົນງານຕ່າງດ້າວໃນໄທ ຕ້ອງມີອະນຸຍາດ
2011.05.16

ກົດຟັງສຽງ
ທ່ານ ສົມກຽຕ ໄຊຍະສຣີວົງສ໌ ເຈົ້າໜ້າທີ່ ກົມແຮງງານ ຂອງໄທຽ ກ່າວວ່າ ໃນປັຈຈຸບັນ ແຮງງານ ຈາກ 3 ປະເທສ ຄື: ລາວ ພະມ້າ ກັມພູຊາ ທີ່ມີທັງໝົດ ປະມານ 2 ລ້ານຄົນ, ຈຶ່ງໄດ້ ປະກາສ ເຕືອນ ຕື່ມອີກວ່າ ໃຫ້ໄປ ແຈ້ງຕໍ່ ທາງກົມ ແຮງງານ ປະຈໍາ ທ້ອງຖິ່ນ ພ້ອມກັບ ໄດ້ເນັ້ນວ່າ ສ່ວນພວກ ລູກເຕົ້າ ທີ່ມີອາຍຸ ຕໍ່າກວ່າ 15 ປີ ນັ້ນ ກໍຍັງ ຈະມີສິທ ຢູ່ນໍາພໍ່ແມ່ ຕໍ່ໄປຄືເກົ່າ.
ທ່ານສົມກຽຕ ກໍໄດ້ ເນັ້ນວ່າ ໃນເມື່ອ ພວກແຮງງານ ຕ່າງດ້າວ ຫາກໄປຣາຍງານ ແລະ ຈົດທະບຽນ ຕາມເວລາ ທີ່ປະກາສໄປ ແຕ່ຫາກ ບໍ່ສາມາຖ ປະກອບ ເອກກະສາຣ ແລ້ວຕາມ ກໍາໜົດນັ້ນ ກໍຈະໄດ້ຮັບ ອະນຸຍາຕ ຂໍຕໍ່ເວລາ ອອກໄປຕື່ມອີກ 30 ມື້ ແລະວ່າ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຈະໃຫ້ຄວາມ ຊ່ວຍເຫລືອ ທຸກຢ່າງ ເພື່ອໃຫ້ພວກ ແຮງງານ ດັ່ງກ່າວ ໄດ້ຮັບ ອະນຸຍາຕ ເຮັດວຽກງານ ຢູ່ປະເທສໄທຽ ຢ່າງຖືກຕ້ອງ ຕາມກົດໝາຍ ຕໍ່ໄປ, ຖ້າບໍ່ດັ່ງນັ້ນ ກໍຈະມີ ບັນຫາ ຫລາຍຢ່າງ ບໍ່ແມ່ນແຕ່ ຈະຖືກຈັບ ປັບໃໝ ເທົ່ານັ້ນ ແຕ່ກໍບໍ່ມີ ສິທທິ ທີ່ຈະໄດ້ຮັບ ກາຣເບິ່ງແຍງ ຫລືກາຣ ປະກັນພັຍ ສັງຄົມ ແຕ່ຢ່າງໃດ.
ເຈົ້າໜ້າທີ່ໄທຽ ໄດ້ແຈ້ງເຕືອນ ໃຫ້ແຮງງານ ຕ່າງດ້າວ ຈາກ ທັງ 3 ປະເທສ ຈົ່ງໄດ້ຕຣຽມ ເງິນ ປະມານ 3,880 ບາທ ເພື່ອຈ່າຍ ຄ່າທໍານຽມ ຕ່າງໆເຊັ່ນ: ຄ່າກວດສຸຂພາບ 600 ບາທ, ຄ່າປະກັນພັຍ ດ້ານສຸຂພາບ 1,300 ບາທ, ໃບອະນຸຍາຕ ເຮັດວຽກ 1,900 ບາທ ແລະ 80 ບາທ ສໍາລັບ ກາຣຈົດ ທະບຽນ.